ວັນບຸນສື່ມວນຊົນທົ່ວປະເທດ 2023: ງານພົບປະຜູ້ຮັບລາງວັນ A ໃນການແຂ່ງຂັນສື່ມວນຊົນລະດັບຊາດ

(VOVWORLD) -ທີ່ການໂອ້ລົມສົນທະນາ, ຜູ້ຖືກເຊີນ, ມະຫາຊົນມີໂອກາດໄດ້ພົບປະ, ແລກປ່ຽນກັບຜູ້ຂຽນຍາດໄດ້ລາງວັນສູງໃນຫຼາຍປີ, ແນະນຳ ແລະ ວະເຄາະບັນດາຜົນງານສື່ມວນຊົນຍາດໄດ້ລາງວັນ.
ວັນບຸນສື່ມວນຊົນທົ່ວປະເທດ 2023: ງານພົບປະຜູ້ຮັບລາງວັນ A ໃນການແຂ່ງຂັນສື່ມວນຊົນລະດັບຊາດ - ảnh 1(ການໂອ້ລົມສົນທະນາ “ພົບປະຜູ້ຮັບລາງວັນ A ໃນການແຂ່ງຂັນສື່ມວນຊົນລະດັບຊາດ”)

ໃນຂອບເຂດວັນບຸນສື່ມວນຊົນທົ່ວປະເທດປີ 2023, ຕອນເຊົ້າວັນທີ 19 ມີນາ, ສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ຈັດການໂອ້ລົມສົນທະນາ “ພົບປະຜູ້ຮັບລາງວັນ A ໃນການແຂ່ງຂັນສື່ມວນຊົນລະດັບຊາດ”. ເຫດການແມ່ນໂອກາດພົບປະແລກປ່ຽນ, ປຶກສາຫາລືດ້ານວິຊາການຂອງຜູ້ຂຽນ 40 ຄົນ, ກຸ່ມຜູ້ຂຽນໄດ້ຮັບລາງວັນ A ໃນການແຂ່ງຂັນສື່ມວນຊົນລະດັບຊາດໃນໄລຍະ 5 ປີ ແຕ່ປີ 2017 – 2021, ພ້ອມກັບການນຳບັນດາອົງການສື່ມວນຊົນ.

ທີ່ການໂອ້ລົມສົນທະນາ, ຜູ້ຖືກເຊີນ, ມະຫາຊົນມີໂອກາດໄດ້ພົບປະ, ແລກປ່ຽນກັບຜູ້ຂຽນຍາດໄດ້ລາງວັນສູງໃນຫຼາຍປີ, ແນະນຳ ແລະ ວະເຄາະບັນດາຜົນງານສື່ມວນຊົນຍາດໄດ້ລາງວັນ. ນີ້ກໍ່ແມ່ນໂອກາດເພື່ອເຊີດຊູພື້ນຖານສື່ມວນຊົນມີຄຸນນະພາບສູງຂອງ ຫວຽດນາມ, ຢືນຢັນພາລະກຳ ແລະ ບົດບາດຂອງສື່ມວນຊົນແມ່ນເຄື່ອງມືຢ່າງແຮງ ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ແລະກໍ່ໃນຂອບເຂດວັນບຸນນີ້, ຄະນະຊາວໜຸ່ມອົງການສູນກາງສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບຄະນະຊາວໜຸ່ມສະຖາບັນເຕັກໂນໂລຊີໂທລະຄົມມະນາຄົມ ຈັດການໂອ້ລົມສົນທະນາ “ຊາວໜຸ່ມ ປະດິດຄິດສ້າງ, ເປັນເຈົ້າການໃນພາລະກິດຫັນເປັນດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ