ວິ​ສາ​ຫະ​ກິດ 9 ແຫ່ງ​ຂອງ ຫວຽດ​ນາມ ໄດ້​ຮັບ​ລາງວັນຫຼັກ​ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ໃນ​ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -    ວັນທີ 26 ພະຈິກ, ວິສາຫະກິດ 9 ແຫ່ງຂອງ ຫວຽດນາມ ໄດ້ຮັບລາງວັນຫຼັກການມອບສິດໃຫ້ແກ່ແມ່ຍິງ (WEPs) ລະດັບຊາດ, ໃນນັ້ນ ມີວິສາຫະກິດ 5 ແຫ່ງທີ່ໄດ້ຮັບລາງວັນສູງສູດ ຈະຕາງໜ້າໃຫ້ ຫວຽດນາມ ໄປເຂົ້າຮ່ວມການຮັບລາງວັນລະດັບພາກພື້ນ (ອາຊີ - ປາຊີຟິກ) ເຊິ່ງຈະດຳເນີນໃນເດືອນ ທັນວາ 2020 ຢູ່ ບາງກອກ, ປະເທດໄທ.
ວິ​ສາ​ຫະ​ກິດ 9 ແຫ່ງ​ຂອງ ຫວຽດ​ນາມ ໄດ້​ຮັບ​ລາງວັນຫຼັກ​ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ ໃນ​ອາ​ຊີ - ປາ​ຊີ​ຟິກ - ảnh 1ທ່ານນາງ ຫງວຽນທິຕວຽດມິນ, ປະທານສະພານັກທຸລະກິດຍິງ ຫວຽດນາມ, ກ່າວຄຳເຫັນທີ່ພິທີມອບລາງວັນ (ພາບ: vov.vn)

ນີ້ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດໂຄງການເພີ່ມທະວີສິດອຳນາດດ້ານເສດຖະກິດຂອງແມ່ຍິງ ຢູ່ ອາຊີ ເຊິ່ງເອີ້ນຫຍໍ້ວ່າ WeEmpowerAsia ໂດຍອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ແລະ ສະຫະພາບເອີຣົບ  ຮ່ວມມືກັບ ສະພານັກທຸລະກິດຍິງ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງ ເພື່ອແນໃສ່ສົ່ງເສີມ, ຮັບຮູ້ ແລະ ເຊີດຊູບັນດາວິສາຫະກິດທີ່ໄດ້ໝູນໃຊ້ບັນດາຫຼັກການມອບສິດໃຫ້ແມ່ຍິງເຂົ້າໃນການປະຕິບັດກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ບ່ອນເຮັດວຽກໄດ້ເປັນຢ່າງດີ ແລະ ແຜ່ຂະຫຍາຍຂໍ້ລິເລີ່ມດັ່ງກ່າວອອກສູ່ປະຊາຄົມ ວິສາຫະກິດ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ