ວິ​ສາ​ຫະ​ກິດ ເປັນ​ຫົວ​ໜ່ວຍ​ປະ​ຈັນ​ບານ​ໃນ​ແນວ​ຮ​ົບ​ເສດ​ຖະ​ກິດ

(VOVWORLD) -ປະຊາຄົມວິສາຫະກິດ ຈະສືບຕໍ່ມານະພະຍາຍາມສູ້ຊົນສ້າງພາດພົດນັກທຸລະກິດໃຫ້ມີສີສັນ ຫວຽດນາມ. ພ້ອມດຽວກັນນັ້ນ, ຍົກສູງຄວາມເອກອ້າງທະນົງໃຈແຫ່ງຊາດ, ຈັນຍາບັນໃນການດຳເນີນທຸລະກິດ, ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຕິບັດພັນທະຂອງວິສາຫະກິດຕາມຂໍ້ກຳນົດຂອງກົດໝາຍ; ມີຄວາມຄາດຫວັງບືນຕົວຂຶ້ນສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ປະເທດຊາດ.   
ວິ​ສາ​ຫະ​ກິດ ເປັນ​ຫົວ​ໜ່ວຍ​ປະ​ຈັນ​ບານ​ໃນ​ແນວ​ຮ​ົບ​ເສດ​ຖະ​ກິດ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນເຊົ້າວັນທີ 21 ມີນາ, ຢູ່ທຳນຽບປະທານປະເທດ, ກ່າວຄຳເຫັນທີ່ການພົບປະກັບຄະນະຜູ້ຕາງໜ້າວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ເນື່ອງໃນໂອກາດ ກອງປະຊຸມຜູ້ແທນທົ່ວປະເທດ ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ຄັ້ງທີ 4, ອາຍຸການ 2023 – 2028, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ປາດຖະໜາວ່າ ປະຊາຄົມວິສາຫະກິດ ຈະສືບຕໍ່ມານະພະຍາຍາມສູ້ຊົນສ້າງພາດພົດນັກທຸລະກິດໃຫ້ມີສີສັນ ຫວຽດນາມ. ພ້ອມດຽວກັນນັ້ນ, ຍົກສູງຄວາມເອກອ້າງທະນົງໃຈແຫ່ງຊາດ, ຈັນຍາບັນໃນການດຳເນີນທຸລະກິດ, ເສີມຂະຫຍາຍສິດເປັນເຈົ້າ ແລະ ປະຕິບັດພັນທະຂອງວິສາຫະກິດຕາມຂໍ້ກຳນົດຂອງກົດໝາຍ; ມີຄວາມຄາດຫວັງບືນຕົວຂຶ້ນສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ປະເທດຊາດ.   

        “ຂ້າພະເຈົ້າປາດຖະໜາວ່າ ວິສາຫະກິດ ຫວຽດນາມ ເວົ້າລວມ, ໃນນັ້ນ ມີວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ຫວຽດນາມ, ສືບຕໍ່ແມ່ນຫົວໜ່ວຍປະຈັນບານໃນແນວຮົບເສດຖະກິດ, ສືບຕໍ່ສ້າງຖັນແຖວວິສາຫະກິດ, ນັກທຸລະກິດ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ທັງປັບຕົວເຂົ້າກັບທ່າອ່ຽງຂອງຍຸກສະໄໝ, ທັງມີກຳລັງແກ້ງແຍ້ງຢ່າງພຽງພໍບົນເວທີສາກົນ. ຂ້າພະເຈົ້າກໍປາດຖະໜາວ່າ ພວກເຮົາສ້າງລະບົບມຸນຄ່າຂອງວິສາຫະກິດ ຫວຽດນາມ ໂດຍຜ່ານມາດຕະຖານທາງດ້ານວັດທະນະທຳ, ຜ່ານຈັນຍາບັນໃນການດຳເນີນທຸລະກິດ, ຜ່ານຄວາມຮັບຜິດຊອບຕໍ່ສັງຄົມ ແລະ ວົງຄະນະຍາດ, ຜ່ານການຮ່ວມສຳພັນ, ຮ່ວມມືກັນສ້າງກຳລັງແຮງສັງລວມໃຫ້ແກ່ວິສາຫະກິດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ