ວິ​ສາ​ຫະ​ກິດ ເອີລົບ ປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) - ວັນທີ 9 ພະຈິກ, ສະຫະສະມາຄົມວິສາຫະກິດ ເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດດັດຊະນີສະພາບແວດລ້ອມດຳເນີນທຸລະກິດ EuroCham ໃນໄຕມາດທີ III/2021 (BCI) ບັນລຸ 18,3%.
ວິ​ສາ​ຫະ​ກິດ ເອີລົບ ປະ​ເອີບ​ໃຈ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ - ảnh 1ທ່ານປະທານ  EuroCham Alain Cany ຕອບສຳພາດແກ່ນັກຂ່າວ ຫວຽດນາມ (ພາບ: TTXVN)

ເຖິງວ່າເພີ່ມຂຶ້ນໜ້ອຍໜຶ່ງກໍຕາມແຕ່ກໍເປັນໜ້າຊື່ນຊົມເມື່ອທຽບໃສ່ລະດັບຕ່ຳສະຖິຕິ 15% ທີ່ບັນລຸໄດ້ໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19 ເມື່ອເດືອນ ກັນຍາ 2021. ຕາມສະຫະສະມາຄົມ EuroCham ແລ້ວ, ດັດຊະນີ BCI ທີ່ຫາກໍປະກາດນັ້ນ ໄດ້ຮັບຮູ້ການປົວແປງກ່ຽວກັບແງ່ຫວັງເສດຖະກິດຂອງ ຫວຽດນາມ.

        ການນຳບັນດາວິສາຫະກິດ ແລະ ນັກລົງທຶນ ເອີຣົບ ທີ່ເຂົ້າຮ່ວມການສຳຫຼວດດັດຊະນີ BCI ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈກວ່າກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດຂອງ ຫວຽດນາມ ພາຍຫຼັງສິ້ນສຸດການແຍກຫ່າງສັງຄົມ ແລະ ເລີ່ມຕົ້ນໄລຍະ “ປົກກະຕິໃໝ່”, ໂດຍສະເພາະແມ່ນຂົງເຂດການຄ້າ ແລະ ການລົງທຶນ. ຕາມນັ້ນແລ້ວ, ຈຳນວນການນຳວິສາຫະກິດ, ນັກລົງທຶນ ເອີຣົບ ເກືອບເຄິ່ງໜຶ່ງທີ່ເຂົ້າຮ່ວມການສຳຫຼວດ ໄດ້ຄາດຄະເນວ່າ ແງ່ຫວັງເສດຖະກິດ ຫວຽດນາມ ຈະມີສະຖຽນລະພາບ ແລະ ມີການປົວແປງໃນໄຕມາດຈະມາເຖິງ. ໃນນັ້ນ, ອັດຕາວິສາຫະກິດມີແຜນການຮັກສາ ແລະ ເພີ່ມແຫຼ່ງເງິນລົງທຶນໃນໄຕມາດ IV/2021 ບັນລຸ 69%, ດ້ວຍການຄາດຄະເນວ່າ ລາຍຮັບກໍຈະເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ