ວິ​ສາ​ຫະ​ກິດ ເອີ​ລົບ ມ​ີຄວາມປະເອີບໃຈກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 22 ກໍລະກົດ, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ໄດ້ປະກາດຜົນການສຳຫຼວດຫຼ້າສຸດກ່ຽວກັບດັດຊະນີສະພາບແວດລ້ອມໃນການດຳເນີນທຸລະກິດ (BCI) ໃນໄຕມາດທີ 2 ປີ 2020. ຕາມນັ້ນແລ້ວ, ການນຳຂອງບັນດາວິສາຫະກິດ ເອີລົບ ໄດ້ຕີລາຄາຢ່າງຕັ້ງໜ້າກ່ວາອີກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າຂອງ ຫວຽດນາມໃນ 2-3 ເດືອນພາຍຫຼັງໂລກລະບາດໂຄວິດ-19.
ວິ​ສາ​ຫະ​ກິດ ເອີ​ລົບ ມ​ີຄວາມປະເອີບໃຈກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ - ảnh 1ພາບປະກອບ 

ໃນຕະຫຼອດໄລຍະເກີດໂລກລະບາດໂຄວິດ-19, ການຈຳກັດການໄປມາ ແລະ ແຍກຮ່າງເວັນໄລຍະຫ່າງໃນສັງຄົມໄດ້ເຮັດໃຫ້ການເຄື່ອນໄຫວດຳເນີນທຸລະກິດປົກກະຕິຖືກຢຸດສະງັກ. ເຖິງຢ່າງໃດກໍ່ຕາມ, ດ້ວຍຫຼາຍມາດຕະການດ້ານເສດຖະກິດ ແລະ ການແພດປ້ອງກັນຂອງລັດຖະບານໄດ້ຮັບການຕີລາຄາວ່າມີປະສິດທິຜົນແຖວໜ້າໂລກ, ຫວຽດນາມ ໄດ້ເລີ່ມເຄື່ອນໄຫວການລົງທຶນ, ດຳເນີນທຸລະກິດຄືນໃໝ່ໂດຍໄວ.

ທ່ານ Nicolas Audier ປະທານ EuroCham ໃຫ້ຮູ້ວ່າ, ການສຳຫຼວດດັດຊະນີ BCI ຄັ້ງນີ້ເປັນການພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນ ໜຶ່ງໃນບັນດາປະເທດທີ່ປະສົບຜົນສຳເລັດໃນໂລກກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19. ຈາກນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາການນຳວິສາຫະກິດ ເອີລົບ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ