ວິສາຫະກິດຫວຽດນາມຊ່ວຍເຫຼືອເງິນ 3 ໝື່ນ USD ໃຫ້ແກ່ລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

(VOVWORLD) -ຕອນບ່າຍວັນທີ 1 ເມສາ, ຢູ່ຫ້ອງວ່າການສຳນັກງານນາຍົດກລັດຖະມົນຕີລາວ, ຜູ້ຕາງໜ້າບໍລິສັດໄຟຟ້າ ເຊກະໝານ 1 ຈຳກັດ , ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19
ວິສາຫະກິດຫວຽດນາມຊ່ວຍເຫຼືອເງິນ 3 ໝື່ນ USD ໃຫ້ແກ່ລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19 - ảnh 1 ຜູ້ຕາງໜ້າບໍລິສັດໄຟຟ້າ ເຊກະໝານ 1 ຈຳກັດ ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19

ເງິນຊ່ວຍເຫຼືອຈຳນວນນີ້ຂອງວິສາຫະກິດຫວຽດນາມທີ່ພວມເຄື່ອນໄຫວຢູ່ລາວ ໄດ້ເປັນການປະກອບສ່ວນໃນການ ສະກັດກັ້ນໂລກລະບາດໂຄວິດ -19 ຢູ່ລາວ.

    ຕາງໜ້າລັດຖະບານລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນລາວ ສົມດີ ດວງດີ ໄດ້ສະແດງຄວາມຂອບໃຈ ບໍລິສັດໄຟຟ້າ ເຊກະໝານ 1 ຈຳກັດ ຕໍ່ການຊ່ວຍເຫຼືອນີ້ ແລະ ໃຫ້ຮູ້ວ່າ ເງິນຈຳນວນນີ້ ຈະຖືກນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ