ວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນມໍລະດົກວັດທະນະທຳ ຫວຽດນາມ ວັນທີ 23 ພະຈິກ ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນເຂດວິຫານທາດ ໝີເຊີນ ໄດ້ຮັບຮອງເປັນມໍລະດົກວັດທະນະທຳໂລກ ຈາກ UNESCO (04/12/1999 – 04/12/2019), 

ວັນທີ 21 ພະຈິກ, ຄະນະຄຸ້ມຄອງມໍລະດົກວັດທະນະທຳໂລກ ໝີເຊີນ ໄດ້ໄຂງານວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ” ແນໃສ່ສະຫລຸບວຽກງານອະນຸລັກຮັກສາ ແລະ ພັດທະນາເຂດມໍລະດົກອັນລ້ຳຄ່ານີ້.

ວາງສະແດງ “ວິວັດການອະນຸລັກຮັກສາ ແລະ ພັດທະນາມໍລະດົກວັດທະນະທຳໂລກ ໝີເຊີນ” - ảnh 1 ມໍລະດົກວັດທະນະທຳໂລກ ໝີເຊີນ (ພາບ: TTXVN)

        ດ້ວຍຮູບຖ່າຍ ແລະ ວັດຖຸພັນກ່ວາ 100 ຢ່າງໄດ້ນຳມາວາງສະແດງ, ໃນນັ້ນ ມີຮູບພາບທີ່ໄດ້ຮັບການເກັບຮັກສາໄວ້ກ່ວາ 100 ປີກໍ່ໄດ້ນຳມາປະກາດເປັນຄັ້ງທຳອິດ, ເຊິ່ງໄດ້ວາດພາບເຖິງສະພາບຕົວຈິງໃນຄວາມມານະພະຍາຍາມອະນຸລັກຮັກສາມໍລະດົກອັນລ້ຳຄ່ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ