ວາງສະແດງຫົວເລື່ອງສະເພາະ“ສະພາແຫ່ງຊາດຫວຽດນາມຮ່ວມເດີນທາງພ້ອມກັບປະເທດຊາດ”ຢູ່ນະຄອນໂຮ່ຈິມິນ

ວາງສະແດງຫົວເລື່ອງສະເພາະ“ສະພາແຫ່ງຊາດຫວຽດນາມຮ່ວມເດີນທາງພ້ອມກັບປະເທດຊາດ”ຢູ່ນະຄອນໂຮ່ຈິມິນ - ảnh 1
​ພິ​ທີ​ໄຂງານວາງ​ສະ​ແດງ
(ພາບ: qdnd)

(vovworld) - ​ງານວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ “ສະ​ພາ​ແຫ່ງ​ຊາດ​ຫວຽດ​ນ​າມ​ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດ​ຊາດ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/07, ຢູ່​ຫໍ​ພິ​ພິດ​ຕະ​ພັນ​ນະ​ຄອນ​ໂຮ່​ຈິ​ມິນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ການ​ເລືອກ​ຕັ້ງ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016 – 2020. ມີ​ກວ່າ 300 ພາບ​ຖ່າຍ, ເອ​ກະ​ສານ ແລະ ວັດ​ຖຸ​ພັນ​ທີ່​ວາງ​ສະ​ແດງ​ຢູ່​ງານ​ວາ​ງະ​ແດງ ຖືກ​ແບ່ງ​ເປັນ 3 ຫົວ​ຂໍ້​ຕົ້ນ​ຕ​ໍ່​ຄື: ​ການເລືອກ​ຕ​ັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ເອ​ກະ​ພາບ ແລະ 40 ປີ​ແຫ່ງວັນ​ນະ​ຄອນ​ໄຊ່​ງອນ - ຢາດິ້ງ ເປັນ​ກຽດ​ທີ່​ໄດ້​ໃສ່​ຊື່​ຂອງ​ປະ​ທານ​ໂຮ່​ຈິ​ມິນ​.  ງານວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ຄັ້ງ​ນີ້​ກໍ​ໄດ້​ໂຄ​ສະ​ນາ​ເຖິງ​ມະ​ຫາ​ຊົນ​ບັນ​ດາ​ຜົນ​ງານ​​ທີ່ສຳ​ຄັນ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ… ເຊິ່ງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ທີ່​ສູ້​ຊົນ​ບັນ​ລຸ​ໄດ້​ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ. ງານ​ວາງ​ສະ​ແດງ​ຈະ​ອັດ​ລົງ​ໃນ​ວັນ​ທີ 03/02/2017.

ຂ່າວ/ບົດ​ອື່ນ