ວາລະປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ

ວາລະປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1

(ພາບປະກອບ)

(vovworld)-​​​​​ສືບ​ຕໍ່ວາລະ​ປະ​ຊຸມ​ຄັ້ງທີ 20, ຕອນ​ເຊົ້າວັນ​ທີ 19/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ປຶກສາ​ຫາລື​ກ່ຽວ​ກັບບັນດາ​ບັນຫາ​ສຳຄັນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ. ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​​ໂດຍຖື​ວ່າ: ກົດໝາຍ​ພຽງ​ແຕ່​ກຳນົດ​ກ່ຽວ​ກັບ​ການ​ຕ້ອນຮັບ​ພົນລະ​ເມືອງ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ, ອົງການ​ການ​ເມືອງ, ອົງການ​ການ​ເມືອງ​ສັງຄົມ​ເທົ່າ​ນັ້ນ, ບໍ່​ຄວນ​ກຳນົດ​ຄວາມ​ຮັບຜິດຊ​ອບຕ້ອນຮັບ​ພົນລະ​ເມືອງ​ຂອງ​ອົງການ​ສັງຄົມ, ວິຊາ​ຊີບ, ຫົວໜ່ວຍ​ພາລະກິດ​ຂອງ​ລັດ. ທ່ານ​ຮິງ​ຫງອກ​ເຊີນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ວ່າ:

  “ຂ້າພະ​ເຈົ້າສະ​ເໜີ​ໃຫ້​ມີ​ການ​ກຳນົດ​ແມ່ນ ​ແຕ່ລະ​ອາທິດ ຫລື​ແຕ່ລະເດືອນຈະ​ຕ້ອນຮັບພົນ​ລະ​ເມື​ອງ​ເທື່ອໜຶ່ງ, ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ແ​ກ້​ໄຂ​ວຽກ​ງານ​ຕ່າງໆ​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ​ຄື: ສ້າງ​ກົດໝາຍ, ຕິດຕາມ​ກວດກາ ຫລື​ຕັດສິນ​ບັນດາ​ບັນຫາ​ສຳຄັນ ຫຼື​ບັນດາ​ບັນຫາ​ໃນ​ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ. ພ້ອມ​ກັນນັ້ນ​ແມ່ນ​ສົ່ງ​ໃບ​ຮ້ອງທຸກ​, ກ່າວ​ຟ້ອງ, ຂໍ້ສະ​ເໜີ​ ໄປ​ຍັງ​ບັນດາ​ອົງການ​ມີ​ຄວາມ​ຮັບຜິດ​ຊອບ​ແກ້​ໄຂ ​ແລະ ຮຽກຮ້ອງ​ໄລຍະ​ເວລາ​ແກ້​ໄຂ ​ແລະ ລາຍງານ​ຕໍ່​ສະພາ​ແຫ່ງ​ຊາດ“.

 

 

 

ຂ່າວ/ບົດ​ອື່ນ