ກອງປະຊຸມຂອງສະພາທິດສະດີສູນກາງ
(ພາບ: baomoi.com)
|
(vovworld) – ວັນທີ 16/1, ຢູ່ຮ່າໂນ້ຍ, ສະພາທິດສະດີສູນກາງ ດຳເນີນວາລະປະຊຸມຄັ້ງທີ 14 ສະຫລຸບວຽກງານປີ 2014 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2015.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ດິງເທ໋ຮິງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ, ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເສີມຂະຫຍາຍປະຊາທິປະໄຕ, ຍົກສູງຄວາມຮັບຜິດຊອບ, ເຕົ້າໂຮມພູມປັນຍາ, ຄົ້ນຄ້ວາ, ແລກປ່ຽນເຮັດແຈ້ງບັນດາໝາກຜົນທີ່ບັນລຸໄດ້ ແລະ ບັນດາສິ່ງຈຳກັດ, ຂໍ້ຂາດຕົກບົກຜ່ອງໃນການປະຕິບັດວຽກງານປີ 2014 ຂອງສະພາ, ກຳນົດທິດທາງ, ໜ້າທີ່ວຽກງານຂອງສະພາໃນປີ 2015. ຕາມນັ້ນແລ້ວ, ໜ້າທີ່ຈຸດສຸມຂອງສະພາທິດສະດີສູນກາງໃນປີ 2015 ແມ່ນຕັ້ງໜ້າເຂົ້າຮ່ວມປົບປຸງບົດລາຍງານສະຫລຸບບາງບັນຫາທິດສະດີ - ພຶດຕິກຳຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່, ໃຫ້ຄຳປຶກສາປະກອບສ່ວນເຂົ້າໃນການປັບປຸງຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກກອມມູນິດ ຫວຽດນາມ. ສະພາຍູ້ແຮງການຜັນຂະຫຍາຍປະຕິບັດ ແລະ ສ້າງສຳເລັດບັນດາຫົວເລື່ອງໃນໂຄງການຈຸດສຸມລະດັບຊາດ “ຄົ້ນຄ້ວາວິທະຍາສາດ ທິດສະດີການເມືອງໄລຍະ 2011 - 2015”.