ວາ​ລະ​ສານ Forbes ເຊີດ​ຊູ ​ນິງ​ບິ່ງ ແມ່ນ​ໜຶ່ງ​ໃນ 23 ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຸດຍອດ​ທີ່​ສຸດ​ປີ 2023

(VOVWORLD) -ນິງບິ່ງ ຫາກໍໄດ້ຮັບການຄັດເລືອກຈາກວາລະສານ Forbes ວ່າ ແມ່ນໜຶ່ງໃນ 23 ສະຖານທີ່ທ່ອງທ່ຽວສຸດຍອດທີ່ສຸດໃນປີ 2023.
ວາ​ລະ​ສານ Forbes ເຊີດ​ຊູ ​ນິງ​ບິ່ງ ແມ່ນ​ໜຶ່ງ​ໃນ 23 ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຸດຍອດ​ທີ່​ສຸດ​ປີ 2023 - ảnh 1 ໃນໄຕມາດທີ 1 ຂອງປີ 2023 ນີ້, ແຂວງ ນິງບິ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 3,2 ລ້ານເທື່ອຄົນ (ພາບ: TTXVN)

ວັນທີ 7 ເມສາ, ຜູ້ຕາງໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງນິງບິ່ງ ໃຫ້ຮູ້ວ່າ ນິງບິ່ງ ຫາກໍໄດ້ຮັບການຄັດເລືອກຈາກວາລະສານ Forbes ວ່າ ແມ່ນໜຶ່ງໃນ 23 ສະຖານທີ່ທ່ອງທ່ຽວສຸດຍອດທີ່ສຸດໃນປີ 2023.

        Forbes ໃຫ້ຂໍ້ສັງເກດວ່າ ຮູບພາບ ນິງບິ່ງ ນັບມື້ນັບປະກົດຫຼາຍຂຶ້ນໃນສື່ສັງຄົມອອນລາຍ ແລະ ເຊີນຊວນນັກທ່ອງທ່ຽວໄປ ນິງບິງ ຍ້ອນວ່າ ສະຖານທີ່ແຫ່ງນີ້ນຳມາເຊິ່ງປະສົບການທີ່ແທດຈິງທີ່ສຸດຂອງ ຫວຽດນາມ ໃຫ້ແກ່ແຂກທ່ອງທ່ຽວ. Forbes ກໍແນະນຳກ່ຽວກັບລາຍການທ່ອງທ່ຽວແບບຄົ້ນຫາ, ຢ້ຽມຊົມທັດສະນີຍະພາບທີ່ສວຍສົດງົດງາມ ແລະ ຊິມອາຫານເຍື່ອງຕ່າງໆເມື່ອມາທ່ຽວຢູ່ແຂວງນິງບິ່ງ.     

        ໃນໄຕມາດທີ 1 ຂອງປີ 2023 ນີ້, ແຂວງ ນິງບິ່ງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 3,2 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 4,8 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ