(vovworld) - ວັນທີ 22/01, ວາລະໄຂການເຈລະຈາຄັ້ງທີ 2 ກ່ຽວກັບສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (VEFTA) ຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ ແລະ ຈະແກ່ຍາວຮອດວັນທີ 25/01 ທີ່ຈະມາເຖິງ. ຄະນະເຈລະຈາຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຈີ່ນກ໋ວກແຄ໋ງ ນຳໜ້າ, ເຊິ່ງລວມມີຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການເຂົ້າຮ່ວມການເຈລະຈາຂອງ 12 ກຸ່ມໃນຮອບນີ້. ຫົວໜ້າຄະນະເຈລະຈາ EU ໂດຍທ່ານ Mauro Petriccone, ຫົວໜ້າກົມ ກົມເອີລົບຕາເວັນອອກ, ອາຊີ ແລະ ທະວີບໂອເຊອານີ ທີ່ຂຶ້ນກັບກົມໃຫຍ່ການຄ້າຂອງ EU. ວາລະເຈລະຈາລວມມີບັນດາເນື້ອໃນຄື: ການແລກປ່ຽນສິນຄ້າ ແລະ ການບໍລິການ, ການລົງທຶນ, ຊັບສິນທາງປັນຍາ, ແຮງການ, ສິ່ງແວດລ້ອມ, ຈະປະກອບສ່ວນຍູ້ໄວວິວັດການເຈລະຈາ FTA ລະຫວ່າງ ຫວຽດນາມ ແລະ EU ຄືການນຳ 2 ຝ່າຍໄດ້ຫັນດີເປັນເອກະພາບນຳກັນ.