ວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ນັບມື້ ນັບໄດ້ຮັບການຮັບຮູ້ ແລະ ເຊື່ອໝັ້ນຈາກຜູ້ມີສິດ ເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ

(VOVWORLD) -ຕອນບ່າຍວັນທີ 28 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ
 (17ມີນາ2003 - 17ມີນາ2023) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນສອງ
ວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ນັບມື້ ນັບໄດ້ຮັບການຮັບຮູ້ ແລະ ເຊື່ອໝັ້ນຈາກຜູ້ມີສິດ ເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ - ảnh 1

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ມອບຫຼຽນໄຊແຮງງານຊັ້ນສອງໃຫ້ແກ່ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ

   ກ່າວຄຳເຫັນທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈີ່ນແທງເໝີ້ນ ໄດ້ສະເໜີໃຫ້ ຄະນະຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳ ປະຕິບັດການຮັບໃບຄຳຮ້ອງຟ້ອງ, ຮ້ອງທຸກ, ເພີ່ມທະວີການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ, ຈົດໝາຍ ແລະ ຕິດຕາມກວດກາບັນດາກໍລະນີຮ້ອງທຸກ ຮ້ອງຟ້ອງ, ອັບເດັດ,  ແລະ ສຶກສາຄົ້ນຄ້ວາລະບຽບການຂອງພັກ ແລະ ລັດ ຢ່າງເປັນປະຈຳ ໂດຍສະເພາະແມ່ນບັນຫາທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ