ວຽກ​ງານ​ສ້າງ​ລະ​ບອບ​ລະ​ບຽບ​ການ​ສຳ​ເລັດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ

(VOVWORLD) - ຕອນເຊົ້າວັນທີ 16 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍຂອງລັດຖະບານກ່ຽວກັບວຽກງານສ້າງລະບອບລະບຽບການສຳເລັດ ກັບ 63 ແຂວງ ນະຄອນໃນທົ່ວປະເທດ.
ວຽກ​ງານ​ສ້າງ​ລະ​ບອບ​ລະ​ບຽບ​ການ​ສຳ​ເລັດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ - ảnh 1

    ກ່າວຄຳເຫັນໄຂກອງປະຊຸມ, , ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ໃຫ້ຮູ້ວ່າ: ພັກ, ລັດກຳນົດວ່າ ວຽກງານສ້າງລະບອບລະບຽບການສຳເລັດ ແມ່ນໜຶ່ງໃນບັນດາຂອດບຸກທະລຸຍຸດທະສາດ. ພາຍຫຼັງບູລະນະລັດຖະບານ ອາຍຸການ 2021-2026, ລັດຖະບານ, ນາຍົກລັດຖະມົນຕີໄດ້ຊີ້ນຳບັນດາຂະແໜງການ, ຂັ້ນຕ່າງໆ ຈົ່ງເລີ່ມສ້າງລະບອບລະບຽບການສຳເລັດ, ໃນນັ້ນໄດ້ມອບໃຫ້ຜູ້ນຳໜ້າຮັບຜິດຊອບການຊີ້ນຳໂດຍກົງ, ຕິດຕາມ, ຊຸກຍູ້ວຽກງານສ້າງລະບອບລະບຽບການສຳເລັດ. ທ່ານນາຍົກລັດຖະມົນຕີສະເໜີວ່າ:

   ຂ້າພະເຈົ້າສະເໜີໃຫ້ສຸມໃສ່ປຶກສາຫາລືບັນດາເນື້ອໃນ, ການກຳນົດທິດລະອຽດໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນແກ້ໄຂ, ສຳເລັດລະບອບລະບຽບການເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ, ເຊື່ອມໂຍງເຂົ້າກັບສາກົນ, ບັນດາບັນຫາໄດ້ວາງອອກ, ວິວັດການປະຕິບັດຍັງມີຂໍ້ຕິດຂັດຫຍັງ, ໄດ້ສະເໜີຫຼາຍເທື່ອແຕ່ບໍ່ຍັງທັນໄດ້ແກ້ໄຂ; ຕ້ອງຊີ້ແຈ້ງ, ທ້ອງຖິ່ນແກ້ໄຂຫຍັງ, ຂະແໜງການກະຊວງແກ້ໄຂບັນຫາຫຍັງ, ລັດຖະບານແກ້ໄຂຫຍັງ, ສະພາແຫ່ງຊາດແກ້ໄຂຫຍັງ ແລະ ຂັ້ນສູງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ