ສິງກະໂປ ຖືຫວຽດນາມ ແມ່ນຕົວແບບພັດທະນາຢ່າງສໍາເລັດຜົນ

(VOVWORLD) - ແຕ່່ວັນທີ 22 – 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ແລະ ພັນລະນາ ໄດ້ເດີນທາງໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ.

        ໃນວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ເຂົ້າຢ້ຽມຄໍ່ານັບ ທ່ານປະທານາທິບໍດີ Halima Yacob, ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຫວາງຊູຍກຽດ  ແລະ ພົົບປະກັບລັດຖະມົນຕີອາວຸໂສ ກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ສຽນຊິຮຽນ.

ສິງກະໂປ ຖືຫວຽດນາມ ແມ່ນຕົວແບບພັດທະນາຢ່າງສໍາເລັດຜົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ  (ພາບ: vov.vn)

        ທີ່ບັນດາການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການພັດທະນາການພົວພັນຮ່ວມມືກັບສິງກະໂປ ບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດສິງກະໂປ-ຫວຽດນາມ ທີ່ມີຕໍ່ຜົນປະໂຫຍດຂອງແຕ່ລະປະເທດ ກໍຄື ຄວາມສາມັກຄີີ ແລະ ການພັດທະນາຂອງອາຊຽນ.

        ການນໍາ ສິງກະໂປ ໄດ້ຖືຫວຽດນາມ ແມ່ນຕົວແບບພັດທະນາຢ່າງສໍາເລັດຜົນ ແລະ ຕີລາຄາສູງ ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ກໍຄືທັດສະນະຢ່າງຕັ້ງໜ້າ ແລະ ບັນດາການປະກອບສ່ວນຂອງຫວຽດນາມ ທີ່ມີຕໍ່ສັນຍາ CPTPP.  

        ກ່ຽວກັບບັນຫາທະເລຕາເວັນອອກ, ການນໍາທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ຮຽກຮ້ອງໃຫ້ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ