ສູ້ຊົນນຳຫວຽດນາມໄດ້ຈັດເຂົ້າກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ

(VOVWORLD) -ວັນທີ 30 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ຄະນະຊີ້ນຳປະຕິຮູບການບໍລິຫານຂອງລັດຖະບານໄດ້ຈັດກອງປະຊຸມສຳມະນາ “ປະຕິຮູບການບໍລິຫານພາກລັດ ໄລຍະ 2011 – 2020 ແລະ ກຳນົດທິດຮອດໄລຍະ 2021 - 2030”.

ສູ້ຊົນນຳຫວຽດນາມໄດ້ຈັດເຂົ້າກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ - ảnh 1ທີ່ກອງປະຊຸມສຳມະນາ

(ພາບ: TTXVN)

ຕາມຮ່າງໂຄງການສັງລວມແລ້ວກ່ຽວກັບການປະຕິຮູບການບໍລິຫານພາກລັດໄລຍະ 2021 – 2020, ຈຸດສຸມໃນໄລຍະ 10 ປີແຫ່ງການປະຕິຮູບການບໍລິຫານແມ່ນສ້າງຖັນແຖວພະນັກງານ, ພາລະກອນ, ລັດຖະກອນອາຊີບ, ມີຄຸນນະພາບສູງ, ພັດທະນາລັດຖະບານເອເລັກໂຕນິກ…

        ຮອດປີ 2025, ທົ່ວປະເທດສູ້ຊົນມີເງື່ອນໄຂພຽງພໍເພື່ອສາມາດສະໜອງການບໍລິການທາງອອນລາຍຢູ່ໃນລະດັບ 3 ແລະ 4 ໄດ້ 80%, ຮອດປີ 2030 ຈະແມ່ນ 100%. ລະດັບຄວາມເພິງພໍໃຈຂອງປະຊາຊົນ ແລະ ວິສາຫະກິດກ່ຽວກັບການແກ້ໄຂລະບຽບການບໍລິຫານບັນລຸລະດັບຕ່ຳສຸດໃຫ້ໄດ້ 90% ໃນປີ 2025 ແລະ ບັນລຸ 95% ໃນປີ 2030.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ, ນັກຊ່ຽວຊານ, ນັກຄຸ້ມຄອງໄດ້ຕີລາຄາລົງເລິກບາງເນື້ອໃນກ່ຽວກັບການປະຕິຮູບລະບອບລະບຽບການ, ປະຕິຮູບລະບຽບການບໍລິຫານ, ປະຕິຮູບກົງຈັກລັດ ພ້ອມທັງສະເໜີບັນດາເນື້ອໃນຕົ້ນຕໍກ່ຽວກັບການປະຕິຮູບການບໍລິຫານໃຫ້ເໝາະສົມກັບເງື່ອນໄຂຂອງຫວຽດນາມ ແລະ ທ່າອ່ຽງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ