ສັນ​ຍາ RCEP ຄາດ​ວ່າ​ຍັງ​ຄົງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີນີ້

(VOVWORLD) -ໃນບົດກ່າວປາໄສສະບັບໜຶ່ງໃນວັນທີ 3 ພຶດສະພາ, ທ່ານ Chan Chun Sing ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ຢັ້ງຢືນວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຍັງຄົງຢູ່ໃນໄລຍະເຊິ່ງຄາດວ່າຈະໄດ້ຮັບການລົງນາມໃນທ້າຍປີນີ້. 
ສັນ​ຍາ RCEP ຄາດ​ວ່າ​ຍັງ​ຄົງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີນີ້ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບສັນຍາ RCEP (ພາບ: TTXVN)

ຕາມທ່ານ Chan Chun Sing ແລ້ວ, ບັນດາຝ່າຍເຂົ້າຮ່ວມການເຈລະຈາທັງໝົດລ້ວນແຕ່ເຫັນດີເປັນເອກະພາບວ່າ ການລົງນາມໃນ RCEP ໃນປີ 2020 ແມ່ນສຳຄັນທີ່ສຸດເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຕໍ່ພື້ນຖານເສດຖະກິດທົ່ວໂລກ ກໍ່ຄືເສດຖະກິດໃນພາກພື້ນ, ພິເສດແມ່ນໃນສະພາບການປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດຄືໃນປັດຈຸບັນ.

ທ່ານ Chan Chun Sing ກໍ່ໃຫ້ຮູ້ວ່າ ບັນດາການປຶກສາຫາລື, ກອງປະຊຸມວິຊາການຕາມຮູບແບບອອນລາຍຂອງບັນດາຝ່າຍເຂົ້າຮ່ວມການເຈລະຈາ RCEP ໄດ້ ແລະ ພວມໄດ້ຮັບການດຳເນີນ, ພ້ອມທັງທ່ານກໍ່ໃຫ້ຮູ້ວ່າບໍ່ມີສັນຍານຮ້າຍແຮງທີ່ສະແດງໃຫ້ເຫັນຄວາມຊັກຊ້າ ຫຼືຕ້ອງໂຈະການລົງນາມໃນຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ