ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - EU ສົ່ງ​ເສີມ​ການ​ລົງ​ທຶນ​ຜະ​ລິດ​ວັດ​ຖຸ​ດິບສຳຮອງ​ຂ​ະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິ​ບ

(VOVWORLD) - ສັນຍາການຄ້າເສລີ  ຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ຮັບການລົງນາມແລ້ວ, ບັນດາປະເພດສິນຄ້າ ຂອງ ຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດ ເອີລົບ ມີກາລະໂອກາດຮັກສາໄດ້ອັດຕາການເຕີບໂຕ.

        ທ່ານ ຫງວຽນແທັງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເທື່ອທຽນ - ເຫ້ວ ໃຫ້ຮູ້ວ່າ ສັນຍາການຄ້າເສລີ  ຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ຮັບການລົງນາມແລ້ວ, ບັນດາປະເພດສິນຄ້າ ຂອງ ຫວຽດນາມ ທີ່ສົ່ງອອກໄປຍັງຕະຫຼາດ ເອີລົບ ມີກາລະໂອກາດຮັກສາໄດ້ອັດຕາການເຕີບໂຕ. ບົນພື້ນຖານນີ້, ແຂວງເທື່ອທຽນ - ເຫ້ວ ໄດ້ສຸມໃສ່ພັດທະນາຂະແໜງນີ້ຕາມທິດຫັນເປັນວີຊາສະເພາະ, ຫັນເປັນທັນສະໄໝ, ມີສະຖຽນລະພາບ, ຍືນຍົງ ແລະ ມີປະສິດທິຜົນ. ພ້ອມກັບການພັດທະນາບັນດາຜະລິດຕະພັນທີ່ມີມູນຄ່າ   ເພີ່ມຂຶ້ນສູງ, ບຸລິມະສິດພັດທະນາອຸດສາຫະກຳສະໜັບສະໜູນການຕ່ຳແຜ່ນຕັດຫຍິບ, ທາງແຂວງໄດ້ເພີ່ມທະວີຂັ້ນຕອນ ການຄົ້ນຄ້ວາ ແລະ ອອກແບບຜະລິດຕະພັນ, ກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າ, ສ້າງຕັ້ງ ແລະ ພັດທະນາຂະແໜງອຸດສາຫະກຳ ແຟຊັ້ນ.

        ປັດຈຸບັນ, ແຂວງເທື່ອທຽນ - ເຫ້ວ ຈະສືບຕໍ່ຍູ້ແຮງແຜນຮ່າງ “ພັດທະນາເຂດອຸດສາຫະກຳສະໜັບສະໜູນຂະແໜງ ຕ່ຳແຜ່ນຕັດຫຍິບຢູ່ ເທື່ອທຽນ - ເຫ້ວ”, ດ້ວຍເນື້ອທີ່ ປະມານ 400 ha, ຢູ່ເຂດອຸດສາຫະກຳ ຟອງດ່ຽນ, ແຜນຮ່າງແມ່ນແນໃສ່ພັດທະນາຂະແໜງຕ່ຳແຜ່ນຕັດຫຍິບ ເທື່ອທຽນ - ເຫ້ວ ໃຫ້ເໝາະສົມກັບການກຳນົດທິດ ພັດທະນາເສດຖະກິດ - ສັງຄົມ ແລະ ພັດທະນາ ອຸດສາຫະກຳ ຂອງ ແຂວງ, ມຸ່ງໄປເຖິງການສ້າງແຂວງ ເທື່ອທຽນ - ເຫ້ວ ໃຫ້ກາຍເປັນໜຶ່ງໃນບັນດາສູນຕ່ຳແຜ່ນຕັດຫຍິບຂອງພາກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ