ສັນ​ຍາກ​ານ​ຄ້​າ​ເສ​ລີ - ຮັບ​ຮູ້​ເພື່ອ​ປ່​ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ

(VOVWORLD) - ທີ່ກອງປະຊຸມ, ຜູ້ຕາງໜ້າບັນທ້ອງຖິ່ນ ແລະ ສະມາຄົມຂະແໜງສິນຄ້າກໍ່ໄດ້ສະເໜີບັນດາກະຊວງ, ຂະແໜງການຂັ້ນສູນກາງຄວນສືບຕໍ່ເອົາໃຈໃສ່ໜູນຊ່ວຍສະໜອງບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນດາສັນຍາການຄ້າເສລີໃນການເຊື່ອມໂຍງສາກົນ.
 ສັນ​ຍາກ​ານ​ຄ້​າ​ເສ​ລີ - ຮັບ​ຮູ້​ເພື່ອ​ປ່​ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ - ảnh 1ກອງປະຊຸມ“ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ກະສິກຳ ຫວຽດນາມ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ” (ພາບ: hanoimoi.com.vn)

ຕອນບ່າຍວັນທີ 26 ມິຖຸນາ, ຢູ່ ຮ່າໂນ້ຍ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອຈັດຕັ້ງກອງປະຊຸມ “ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ກະສິກຳ ຫວຽດນາມ ເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີ”. ຢັ້ງຢືນເຖິງຄວາມໝາຍສຳຄັນຂອງການເຂົ້າຮ່ວມບັນດາສັນຍາການຄ້າເສລີ (FTA), ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຮັບຮູ້ການເຂົ້າຮ່ວມບັນດາສັນຍາເສລີ FTA, ເປັນຕົ້ນແມ່ນສັນຍາການຄ້າເສລີໃໝ່ທີ່ພົ້ນເດັ່ນຄື ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມ ປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ແມ່ນກາລະໂອກາດເພື່ອເປີດກ້ວາງການຕະຫຼາດໃຫ້ແກ່ການສົ່ງອອກສິນຄ້າ ເວົ້າລວມ, ຜະລິດຕະພັນການກະເສດເວົ້າສະເພາະ… ທ່ານ ຫງວຽນຊວັນເກືອງ ລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        ຜ່ານມື້ນີ້, ພວກເຮົາຈະສືບຕໍ່ສ້າງໂຄງການ, ພິເສດແຕ່ລະເຂດແຕ່ລະຂະແໜງສິນຄ້າຈະມີບັນດາຫົວເລື່ອງສະເພາະດ້ວຍຄວາມປາດຖະໜາຢາກໃຫ້ພວກເຮົາປະກອບຄວາມຮູ້ທີ່ດີທີ່ສຸດ, ເປັນເຈົ້າການທີ່ສຸດເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນເຊິ່ງບັນດາສັນຍາການຄ້າເສລີໃໝ່ສຸດນຳມາໃຫ້ພວກເຮົາໃຫ້ດີທີ່ສຸດ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນທ້ອງຖິ່ນ ແລະ ສະມາຄົມຂະແໜງສິນຄ້າກໍ່ໄດ້ສະເໜີບັນດາກະຊວງ, ຂະແໜງການຂັ້ນສູນກາງຄວນສືບຕໍ່ເອົາໃຈໃສ່ໜູນຊ່ວຍສະໜອງບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງບັນດາສັນຍາການຄ້າເສລີໃນການເຊື່ອມໂຍງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ