ສົນທິສັນຍາ​ເລກທີ 98 ນໍາ​ມາ​​ເຊິ່ງສະ​ພາບ​ແວດ​ລ້ອມ​ເຮັດ​ວຽກອັນ​ເປັນ​ປົກກະຕິ​ໃຫ້​ແກ່​ແຮງ​ງານ​ຢູ່ ຫວຽດນາມ

(VOVWORLD) -ສົນທິສັນຍາເລກທີ 98 ແມ່ນໜຶ່ງໃນສົນທິສັນຍາຫຼັກແຫຼ່ງ 8 ສະບັບຂອງ ອົງການ ILO ໃນຂອບເຂດຖະແຫຼງການປີ 1998 ກ່ຽວກັບບັນດາຫຼັກການພື້ນຖານໃນການອອກແຮງງານ.
ສົນທິສັນຍາ​ເລກທີ 98 ນໍາ​ມາ​​ເຊິ່ງສະ​ພາບ​ແວດ​ລ້ອມ​ເຮັດ​ວຽກອັນ​ເປັນ​ປົກກະຕິ​ໃຫ້​ແກ່​ແຮງ​ງານ​ຢູ່ ຫວຽດນາມ - ảnh 1  ກອງປະຊຸມສໍາມະນາປະກາດການເຂົ້າຮ່ວມສົນທິສັນຍາ ເລກທີ 98 (ພາບ: qdnd.vn)

        ກອງປະຊຸມສໍາມະນາປະກາດການເຂົ້າຮ່ວມສົນທິສັນຍາ ເລກທີ 98 ຂອງ ອົງການແຮງງານສາກົນ (ILO) ແລະ ປຶກສາຫາລືກ່ຽວກັບຮ່າງແຜນການປະຕິບັດສົນທິສັນຍາເລກທີ 98 ຂອງ ILO ໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍໃນວັນທີ 06 ກໍລະກົດ. 

        ສົນທິສັນຍາເລກທີ 98 ຂອງ ILO ກ່ຽວກັບການນໍາໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາລວມໝູ່ ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດຫວຽດນາມ. ປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາສາກົນ 25 ສະບັບ, ໃນນັ້ນ ມີ 7 ໃນຈໍານວນສົນທິສັນຍາພື້ນຖານ 8 ສະບັບກ່ຽວກັບບັນດາຫຼັກການ ແລະ ສິດພື້ນຖານໃນການອອກແຮງງານຂອງອົງການ ILO. ຫວຽດນາມ ແມ່ນປະເທດທີ 167 ຮັບຮອງເອົາສົນທິສັນຍາເລກທີ 98 ແລະ ພວມຄົ້ນຄວ້າ ເພື່ອເຂົ້າຮ່ວມສົນທິສັນຍາທີ 8 ຂອງອົງການດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ