ສິ້ນສຸດກອງປະຊຸມ ASEANAPOL ຄັ້ງທີ 32 ຢູ່ມຽນມາ

ສິ້ນສຸດກອງປະຊຸມ ASEANAPOL ຄັ້ງທີ 32 ຢູ່ມຽນມາ - ảnh 1

(vovworld) - ວັນ​ທີ 24/5, ກອງ​ປະຊຸມ​ຜູ້ບັນຊາ​ການ​ຕຳຫຼວດ​ສະຫະສະມາຄົມ​ບັນ​ດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ຫຼື ASEANAPOL) ຄັ້ງ​ທີ 32 ​ໄດ້​ອັດ​ລົງ​ຢູ່​ນະຄອນຫຼວງ Nay Pyi Taw ປະ​ເທດ ມຽນມາ. ກອງ​ປະຊຸມ​ໄດ້​ສຸມ​​ໃສ່​ປຶກສາ​ຫາລື​ ກ່ຽວ​ກັບ​ບັນດາ​ມາດ​ຕະການ​​ເຄື່ອນ​ໄຫວ, ຕໍ່ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມຊາດ, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ບັນຫາ​ອາດຊະຍາ​ກຳ​.​.​.​ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ແລກປ່ຽນ​ທັດສະນະ ກ່ຽວ​ກັບ​ບັນດາ​ຄວາມ​ຄືບ​ໜ້າ​ທີ່​ບັນລຸ​ໄດ້ ​ແລະ ບັນດາ​ມາດ​ຕະການ​ມຸ້ງ​ໄປ​ເຖິງ​ເລື່ອງ​ຜັນ​ຂະຫຍາຍ​ວິທີ​ຮ່ວມ​ມື​ຫຼາຍ​ຮູບ​ຫຼາຍ​ແບບ. ກອງ​ປະຊຸມ ກໍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ ຫັນ​ບັນ​ດາ​ຂໍ້​ສະ​ເໜີ​ຮ່ວມ​ມື ກັບ​ບັນດາ​ຄູ່​ຮ່ວມ​ມື​ສົນທະນາ​ ​ໃນ​ການ​ຕ້ານ, ປ​້ອງກັນ​ອາດຊະຍາ​ກຳ​ທຸກ​ປະ​ເພດເປັນ​ລະອຽດ.

ຂ່າວ/ບົດ​ອື່ນ