(VOVWORLD) - “ສັບຊ້ອນ, ຈັດຕັ້ງກົງຈັກຂອງລະບົບການເມືອງຕອບສະໜອງຄຳຮຽກຮ້ອງພັດທະນາໃໝ່: ບົດຮຽນຂອງ ຫວຽດນາມ ແລະ ລາວ”. ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາທິດສະດີຄັ້ງທີ 12 ໂດຍພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 28 ຕຸລາ ຢູ່ນະຄອນ ດ່າໜັງ.
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: VOV) |
ໃນກອງປະຊຸມສໍາມະນາ, ທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ ຫົວຂໍ້ຂອງກອງປະຊຸມສໍາມະນາໄດ້ສ່ອງແສງເຖິງຄວາມສົນໃຈລວມຂອງສອງພັກ, ສອງລັດ ທີ່ມີຕໍ່ການສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງ ເຊິ່ງທັງ ຫວຽດນາມ ແລະ ລາວ ພວມດຳເນີນໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງບຸກທະລຸພັດທະນາໃນໄລຍະໃໝ່. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ສອງພັກພ້ອມກັນຄົ້ນຄວ້າ, ແບ່ງປັນບັນດາຜົນງານທາງດ້ານທິດສະດີ ແລະ ບົດຮຽນປະສົບການຕົວຈິງຂອງທັງສອງຝ່າຍ ກ່ຽວກັບການສ້າງລະບົບການເມືອງກະທັດລັດ, ສອດຄ່ອງກັບໄລຍະພັດທະນາໃໝ່ຢູ່ແຕ່ລະປະເທດ.
“ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍຈິດໃຈວິທະຍາສາດ, ຊອກຮູ້ຕົວຈິງ ແລະ ນ້ຳໃຈຖານສະຫາຍອ້າຍນ້ອງຜູກພັນກັນຢ່າງໜຽວແໜ້ນ, ພວກເຮົາ ຈະມີຫຼາຍບົດປະກອບຄຳເຫັນ, ປຶກສາຫາລືຢ່າງມີຄຸນນະພາບ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ໜ້າທີ່ທີ່ມີຄວາມສຳຄັນນີ້, ສ້າງຜົນສຳເລັດໃຫ້ແກ່ກອງປະຊຸມສຳມະນາ, ປະກອບສ່ວນຮັດແໜ້ນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ”.
ສ່ວນທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ຕີລາຄາສູງ ຄະນະຈັດຕັ້ງກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກໃນຄັ້ງນີ້ ທີ່ໄດ້ກຳນົດຫົວຂໍ້ທີ່ມີຄວາມໝາຍຄວາມສຳຄັນ, ມີລັກສະນະຈຳເປັນຮີບດ່ວນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ປະກອບສ່ວນເສີມສ້າງສາງທິດສະດີຂອງແຕ່ລະພັກໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ.