ສືບຕໍ່ກອງປະຊຸມຄັ້ງທີ 38, ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 38, ຕອນເຊົ້າວັນທີ 16 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).
ສືບຕໍ່ກອງປະຊຸມຄັ້ງທີ 38, ຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ອ່ານໃບສະເໜີຮ່າງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັງປຸງ) ພາບ: Quochoi.vn

       ທີ່ກອງປະຊຸມ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບໂດຍຖືວ່າ: ເລື່ອງສ້າງກອບນິຕິກຳສຳລັບຄອບຄົວດຳເນີນທຸລະກິດໃຫ້ສຳເລັດແມ່ນມີຄວາມຈຳເປັນ. ນີ້ແມ່ນເປົ້າໝາຍຄວນໄດ້ຮັບການຄຸ້ມຄອງຈາກລັດ, ຄວນມີຖານະທາງດ້ານກົດໝາຍ ເພື່ອໄດຊົມໃຊ້ນະໂຍບາຍຂອງລັດ ເພື່ອພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຮັບປະກັນຄວາມສະເໝີພາບລະຫວ່າງບັນດາຜູ້ດຳເນີນທຸລະກິດ, ເໝາະສົມກັບທຳນຽມສາກົນ.

        ເຖິງຢ່າງໃດກໍ່ຕາມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ: ຫວຽດນາມ ມີຄອບຄົວດຳເນີນທຸລະກິດປະມານ 5 ລ້ານຄອບຄົວ ແຕ່ປັດຈຸບັນຍັງບໍ່ທັນມີການຕີລາຄາຜົນກະທົບຢ່າງຄົບຖ້ວນ. ດັ່ງນັ້ນ, ທ່ານນາງປະທານສະພາແຫ່ງຊາດພຽງແຕ່ສະເໜີໃຫ້ປັບປຸງບັນດາຄວາມບໍ່ລົງລອຍກັນເທົ່ານັ້ນ ເພື່ອສືບຕໍ່ພັດທະນາວິສາຫະກິດ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ອຳນວຍຄວາມສະດວກໃຫ້ແກ່ບັນດາພາກສ່ວນເສດຖະກິດເຂົ້າຮ່ວມການພັດທະນາວິສາຫະກິດ.

        ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ