ສືບຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ14

ສືບຕໍ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ14 - ảnh 1
( ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ )

(vovworld) – ​ ​ ​ ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 14. ​ໃນ​ວາລະ​ປະຊຸມ​ ຕອນ​ເຊົ້າ​ວັນ​ທີ 21/07, ທ່ານ ຫງວຽນ​ແຮ້ງ​ຟຸກ ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ສະ​ເໜີ​ບົດ​ລາຍ​ງານ​ສັງ​ລວມໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື​​ໃນ​ຄະນະ ກ່ຽວ​ກັບ​ໃບສະ​ເໜີ​ຈຳນວນ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ຫລັງ​ຈາກ​ນັ້ນ ສະພາ​ແຫ່ງ​ຊາດຮັບ​ຟັງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ບົດ​ລາຍ​ງານ​ອະພິ​ບາຍ, ຮັບ​​ເອົາ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ຈຳນວນຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ດ້ວຍ​ຄວາມເຫັນ​ດີ​ເຫັນ​ພ້ອມຈາ​ກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈຳນວນ​ຫລວງຫລາຍ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ຈຳນວນ​ສະມາ​ຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ລວມມີ 18 ທ່ານ: ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ 4 ທ່ານ, ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ 13 ທ່ານ.

        ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕາງໜ້າ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ກ່າວ​ແຈ້ງ​ໃນ​ສະ​ເໜີ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ຈຳນວນບຸກຄະລາ​ກອນ ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ຕາມ​ໃບ​ສະ​ເໜີ​ແລ້ວ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແນະ​ນຳ ​ແລະ ສະ​ເໜີ​ສະພາ​ແຫ່ງ​ຊາດ​ພິຈາລະນາ​ເລືອ​ກຕັ້ງທ່າ​ນນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ພັກ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ບຸກຄະລາ​ກອນ​ໄດ້​ຮັບ​ການ​ແນະນຳ​ເລືອກ​ຕັ້ງເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ລວມມີ: ທ່ານ​ນາງ ຕ່ອງ​ທິຟ໋ອງ ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາທິການ​ພັກ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ອວງຈູ​ລື​ວ ກຳມະການ​ສູນ​ກາງ​ພັກ, ກຳມະການ​ພັກຄະນະ​ພັກ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ຟຸ່ງກວກ​ຫຽນ ກຳ​ມະ​ການ​ສູນ​ກາງ​ພັກ, ກຳມະການ​ພັກ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ​ໂດ​ບ໋າ​ຕີ້ ກຳມະການ​ສູນ​ກາງ​ພັກ, ກຳມະການ​ພັກ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ