ສືບຕໍ່ຄວບຄຸມຊາຍແດນຢ່າງເຄັ່ງຄັດ,ສະກັດກັ້ນຜູ້ເຂົ້າເມືອງຢ່າງຜິດກົດໝາຍ

(VOVWORLD) -ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ຮັບປະກັນຄວາມປອດໄພດ້ານໂລກລະບາດໃນຊຸມມື້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ໃນໂອກາດບຸນເຕັດປີສະຫຼູ.
ສືບຕໍ່ຄວບຄຸມຊາຍແດນຢ່າງເຄັ່ງຄັດ,ສະກັດກັ້ນຜູ້ເຂົ້າເມືອງຢ່າງຜິດກົດໝາຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)

ພາຍໃຕ້ການເປັນປະທານກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ເຊິ່ງດຳເນີນໃນຕອນເຊົ້າວັນທີ 21 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ: ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ຮັບປະກັນຄວາມປອດໄພດ້ານໂລກລະບາດໃນຊຸມມື້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ໃນໂອກາດບຸນເຕັດປີສະຫຼູ.

        “ກະຊວງສາທາລະນະສຸກຕ້ອງລົງກວດກາ, ໃນຊ່ວງເວລານີ້ ບັນດາສະຫາຍຕ້ອງສືບຕໍ່ການກວດກາ. ຕ້ອງມີຄວາມລະມັດລະວັງທີ່ສຸດ, ຕ້ອງເຂັ້ມງວດກວ່າປົກກະຕິ, ພິເສດແມ່ນກໍລະນີຂ້າມຊາຍແດນຜິດກົດໝາຍ, ປຸກລະດົມໃຫ້ພໍ່ແມ່ປະຊາຊົນ ຖ້າເຫັນຜູ້ແປກໜ້າແມ່ນຕ້ອງລາຍງານ.”

        ຄະນະຊີ້ນຳກໍ່ຕັກເຕືອນບັນດາທ້ອງຖິ່ນວ່າ ຕ້ອງປະຕິບັດຂັ້ນຕອນການແຍກຕົວຢ່າງເຂັ້ມງວດ, ບໍ່ປະໃຫ້ເກີດໂລກລະບາດໂຄວິດ-19.

ໃນເຫດການທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ປະກາດໃນເວລາ 18 ໂມງຂອງວັນທີ 21 ມັງກອນ, ໂດຍໃຫ້ຮູ້ວ່າ, ຫວຽດນາມ ຫາກໍ່ພົບ 2 ກໍລະນີຕິດເຊື້ອພະຍາດໂຄວິດ-19 ແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບເມືອປະເທດ, ພາຍຫຼັງ 2 ກໍລະນີນີ້ເຂົ້າເມືອງຢູ່ສະໜາມບິນ ກາມແຣງ ໄດ້ແຍກຕົວຢູ່ຟູ໊ອຽນ ໂດຍທັນທີ.

        ສະນັ້ນ, ໄລ່ຮອດເວລາ 18 ໂມງຂອງວັນທີ 21 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດລວມທັງໝົດ 1.546 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ