ສືບຕໍ່ນຳການພົວພັນລະຫວ່າງຫວຽດນາມ-ກຸບາໃຫ້ພັດທະນາແບບຍືນຍົງ

(VOVWORLD) -ການພົວພັນລະຫວ່າງ 2 ພັກແມ່ນພື້ນຖານການເມືອງ, ສວມບົດບາດກຳນົດທິດສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ
ສືບຕໍ່ນຳການພົວພັນລະຫວ່າງຫວຽດນາມ-ກຸບາໃຫ້ພັດທະນາແບບຍືນຍົງ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ
(ພາບປະກອບ: TTXVN)

ວັນທີ 05 ພຶດສະພາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານປະເທດສ.ກຸຍບາ Miguel Díaz-Canel Bermudez.

        ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຍາມໃດພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍ່ເຄົາລົບ ແລະ ບໍ່ອາດຫຼົງລືມນ້ຳໃຈຄວາມສາມັກຄີ ແລະ ການສະໜັບສະໜູນນັບທັງທາງດ້ານຈິດໃຈ ແລະ ວັດຖຸຂອງກຸຍບາ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ້, ປົດປ່ອຍຊາດໃນເມື່ອກ່ອນນີ້, ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການພົວພັນລະຫວ່າງ 2 ພັກແມ່ນພື້ນຖານການເມືອງ, ສວມບົດບາດກຳນົດທິດສຳຄັນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ ບົດຮຽນໃນວິວັດທະນາການປ່ຽນແປງໃໝ່ຂອງຕົນກັບກຸຍບາ ແລະ ສະເໜີວ່າໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ 2 ຝ່າຍຢ່າງມີປະສິດທິຜົນ, ນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ໝັ້ນຄົງ.

        ສ່ວນທ່ານເລຂາຜູ້ທີໜຶ່ງ Miguel Díaz-Canel Bermudez ຢືນຢັນວ່າ, ຄະນະການນຳຊຸດໃໝ່ຂອງກຸຍບາ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ປັບປຸງ ແລະ ພັດທະນາສາຍພົວພັນລະຫວ່າງກຸຍບາ - ຫວຽດນາມ. ທ່ານ Miguel Díaz-Canel Bermudez ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນຳໜ້າ, ປະຊາຊົນຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ, ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ