ສືບຕໍ່ແຜ່ຂະຫຍາຍບັນດາຄຸນຄ່າອັນໃຫຍ່ຫລວງກ່ຽວກັບແນວຄິດ, ວັດທະນະທຳ, ຄຸນສົມບັດປະທານໂຮ່ຈີມິນ ຢູ່ ຕ່າງປະເທດ

(VOVWORLD) - ວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບ10ປີແຫ່ງການປະຕິບັດບັນດາການເຄື່ອນໄຫວເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳດີເລີດ ຢູ່ຕ່າງປະເທດ. ມີຜູ້ແທນກວ່າ 100 ຄົນ ຊື່ງແມ່ນການນຳ, ອະດີດການນຳພັກ, ລັດ, ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ,  ເອກອັກຄະລັດຖະທູດ ຫວຽດນາມ ຈຳນວນຫນຶ່ງ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາ… ໄດ້ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມີງ ເນັ້ນຫນັກວ່າ: 10 ປີ ຜ່ານມາ ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ຢູ່ ຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງແຮງ.

ໃນຊຸມປີຈະມາເຖິງ, ເມື່ອສະພາບການໂລກ ສືບຕໍ່ມີການຜັນປ່ຽນຢ່າງວ່ອງໄວ ສັບສົນນັ້ນ ບັນດາຄຸນຄ່າອັນໃຫຍ່ຫລວງກ່ຽວກັບແນວຄິດ ວັດທະນະທຳ ຄຸນສົມບັດປະທານໂຮ່ຈີມິນ ຍິ່ງຄວນໄດ້ຮັບການເຊີດຊູ,ແຜ່ຂະຫຍາຍຢ່າງກວ້າງຂວາງ ພິເສດໃນປະຊາຄົມສາກົນ ແລະຊາວຫວຽດນາມຢູ່ຕ່າງປະເທດ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເນັ້ນຫນັກວ່າ: 

 “ສິ່ງນີ້ ເພື່ອໃຫ້ຊາວຫວຽດນາມ ລຸ້ນຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ ປັບປຸງ ແລະ ເສີມຂະຫຍາຍຄວາມເອກອ້າງທະນົງໃຈແຫ່ງຊາດ ພ້ອມກັນ ຮຽງບ່າຮຽງໄລ່ສ້າງສາປະເທດຫວຽດນາມ ໃຫ້ທັດທຽມກັບບັນດາປະເທດມະຫາອຳນາດໃນໂລກ ຄືດັ່ງຄວາມມຸ່ງຫວັງຂອງປະທານໂຮ່ຈີມິນ ແລະ ທັງເຮັດໃຫ້ໂລກ ນັບມື້ນັບຮູ້ຈັກເຖິງພາບພົດຫວຽດນາມ ຫລາຍກວ່າອີກ.”

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມ ໄດ້ສຸມໃສ່ແລກປ່ຽນມາດຕະການປະຕິບັດການເຊີດຊູປະທານໂຮ່ຈີມິນຢູ່ ຕ່າງປະເທດ, ເພີ່ມທະວີຄວາມເຂົ້າໃຈແລະ ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ບັນດາປະເທດ, ຍົກສູງທີ່ຕັ້ງບົດບາດ ແລະພາບພົດຂອງປະເທດຊາດ, ຊາວຫວຽດນາມ ຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ