ສັບປະດາການທູດ ດິນຟ້າອາກາດເອີຣົບ ປີ 2019 ຮຽກຮ້ອງໄວໜຸ່ມມີການກະທໍາ

(VOVWORLD) -   ສັບປະດາການທູດ ດິນຟ້າອາກາດເອີຣົບປີ 2019 ຈະຈັດຕັ້ງຢູ່ຮ່າໂນ້ຍ, ດ່າໜັງ ແລະ ໂຮ້ຍອານ ຂອງຫວຽດນາມ ໃນລະຫວ່າງວັນທີ 27 ກັນຍາ ເຖິງວັນທີ 16 ຕຸລາ 2019.

        ສັບປະດາການທູດ ດິນຟ້າອາກາດເອີຣົບປີ 2019 ແມ່ນເຫດການບັນດາການເຄື່ອນໄຫວ ໂດຍ ຄະນະຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ຫວຽດນາມ ສົມທົບກັບສະຖານທູດບັນດາປະເທດສະມາຊິກ ຂອງ ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມມື ຈັດຕັ້ງຢູ່ຮ່າໂນ້ຍ, ດ່າໜັງ ແລະ ໂຮ້ຍອານ ຂອງຫວຽດນາມ ໃນລະຫວ່າງວັນທີ 27 ກັນຍາ ເຖິງວັນທີ 16 ຕຸລາ 2019.

        ສັບປະດາການຕ່າງປະເທດ ດິນຟ້າອາກາດເອີຣົບ ປີນີ້ ແມ່ນມຸ່ງໄປເຖິງໄວໜຸ່ມ, ຜູ້ທີ່ຖືກຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດໃນອະນາຄົດ. ປັດຈຸບັນ, ການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນຫາຮີບດ່ວນ ແລະ ຖ້າຫາກບໍ່ມີການແກ້ໄຂນັ້ນ ຈະນັບມື້ນັບສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງອະນາຄົດຂອງໄວໜຸ່ມ ກໍຄື ຄົນລຸ້ນຕໍ່ໄປ.


ຕອບກັບ

ຂ່າວ/ບົດ​ອື່ນ