ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ຈະໄດ້ຈັດຕັ້ງຢູ່ແຂວງ ບາກລຽວ

(VOVWORLD) - ໃນລະຫວ່າງວັນທີ 31 ພຶດສະພາ ຫາວັນທີ 01 ມິຖຸນາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຈະສົມທົບກັບຄະນະກຳມະການປະຊາຊົນແຂວງ ບາກລຽວ ຈັດຕັ້ງພິທີປຸກລະດົມສັບປະດາທະເລ ແລະ ໝູ່ເກາະ, ເດືອນເຄືຶ່ອນໄຫວເພື່ອສິ່ງແວດລ້ອມຕອບສະໜອງວັນມະຫາສະໝຸດໂລກ (08/06), ວັນສິ່ງແວດລ້ອມສາກົນ (05/06) ປີ 2019.

 ຕາມນັ້ນແລ້ວ, ວັນທີ 31 ພຶດສະພາ, ບັນດາລາຍການ, ການເຄື່ອນໄຫວປະຊາຄົມຈະໄດ້ຈັດຕັ້ງຢູ່ ບາກລຽວ ຄື: ປູກຕົ້ນໄມ້ປ່າຊາຍເລນຕ້ານດິນແຄມຝັ່ງທະເລເຊາະເຈື່ອນ, ນ້ຳທະເລຊຶມເຂົ້າ, ຈຳກັດຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ. ວັນທີ 01 ມິຖຸນາ, ບັນດາເຫດການຕົ້ນຕໍຈະໄດ້ຈັດຕັ້ງຢູ່ສະໜາມຫລວງນະຄອນ ບາກລຽວ ລວມມີ: ພິທີປຸກລະດົມສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ, ເດືອນເຄືຶ່ອນໄຫວເພື່ອສິ່ງແວດລ້ອມຕອບສະໜອງວັນມະຫາສະໝຸດໂລກ, ວັນສິ່ງແວດລ້ອມສາກົນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ