ສ​ປ​ຊ​ ກ່າວ​ເຕືອນວ່າ​ມີ​ຊາວ​ໂຊ​ມາ​ລີ​ຢ່າງ​ໜ້ອຍ​ສຸດ 3,5 ລ້ານ​ຄົນ​ຈະ​ປະ​ເຊີ​ນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) -ຫ້ອງການປະສານງານບັນດາບັນຫາດ້ານມະນຸດສະທຳຂອງ ສປຊ (OCHA) ໃນວັນທີ 6 ກໍລະກົດໄດ້ກ່າວເຕືອນວ່າ ມີ ຊາວໂຊມາລີ ຢ່າງໜ້ອຍສຸດ 3,5 ລ້ານຄົນຕ້ອງປະເຊີນໜ້າກັບສະພາບການວິກິດການ ຫຼື ບໍ່ຄ້ຳປະກັນດ້ານສະບຽງອາຫານຢ່າງຮີບດ່ວນໃນໄລຍະແຕ່ເດືອນມິຖຸນາ ຫາເດືອນກັນຍາ 2020. 

ສ​ປ​ຊ​ ກ່າວ​ເຕືອນວ່າ​ມີ​ຊາວ​ໂຊ​ມາ​ລີ​ຢ່າງ​ໜ້ອຍ​ສຸດ 3,5 ລ້ານ​ຄົນ​ຈະ​ປະ​ເຊີ​ນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ - ảnh 1ເດັກນ້ອຍເປັນໂລກຂາດສານອາຫານພວມປິ່ນປົວຢູ່ສູນການແພດຢູ່ຊານເມືອງMogadishu, Somalia

(ພາບ: AFP/TTXVN) 

ຕາມບົດລາຍງານຂອງ OCHA, ມີເດັກນ້ອຍໂຊມາລີປະມານ 1ລ້ານຄົນຄາດວ່າ ເປັນໂລກຂາດສານອາຫານ. ມີ 2,6 ລ້ານຄົນຕ້ອງອົບພະຍົບ ແລະ ມີນັກຮຽນເກືອບ 1 ລ້ານຄົນຈະບໍ່ໄດ້ໄປຮຽນຍ້ອນວ່າ ບັນດາໂຮງຮຽນຕອ້ງປິດປະຕູຍ້ອນໂລກລະບາດ Covid -19.

ວິກິດການດ້ານມະນຸດສະທຳຢູ່ໂຊມາລີມີສາຍເຫດຕົ້ນຕໍແມ່ນ ຜົນຮ້າຍຂອງການປ່ຽນແປງດິນຟ້າອາກາດ, ການປະທະກັນທີ່ດຳເນີນມາເປັນເວລາຫຼາຍປີ, ສະພາບການອຶດຫິວທຸກຍາກແຜ່ລາມເປັນວົງກ້ວາງໄດ້ເຮັດໃຫ້ມີ 5,2 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ