ສປປ ເກົາຫລີ ຈັດຕັ້ງພິທີໄຫວ້ອາໄລ ປະທານ Kim Jong Il.
ວັນທີ 29/12 ສປປ ເກົາຫລີ ໄດ້ດຳເນີນພິທີໄຫວ້ອາໄລລະດັບຊາດສຳລັບປະທານ Kim Jong Il. ໂທລະພາບ ສປປ ເກົາຫລີ ໄດ້ແຜ່ພາບກ່ຽວກັບການເດີນແຫ່ຂະບວນຂອບຂະຫນາດໃຫຍ່ຂອງກອງທັບປະເທດນີ້ ຢູ່ ນະຄອນຫລວງ ພຽງຢາງ ແລະ ປະຊາຊົນນັບລ້ານຄົນໄດ້ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊິ້ງ. ສຳນັກຂ່າວສານ ສູນກາງ ສປປ ເກົາຫລີ KCNA ໄດ້ໃຫ້ຂ່າວວ່າ: ທ່ານ Kim Yong Nam ຮອງປະທານຄະນະພັກແຮງງານສູນກາງແຫ່ງກອງທັບ ສປປ ເກົາຫລີ ໄດ້ອ່ານບົດສະດຸດີ. ໃນວັນໄຫວ້ອາໄລສຸດທ້າຍ ຢູ່ ນະຄອນຫລວງ ພຽງຢາງ ແລະ ແຂວງ, ນະຄອນທັງໝົດໃນທົ່ວປະເທດ ສປປ ເກົາຫລີ ໄດ້ຍິງປືນໃຫຍ່ເປັນຫລາຍຄັ້ງ, ປະຊາຊົນທັງໝົດສະຫງວນເວລາ 3 ນາທີເພື່ອໄຫວ້ອາໄລ ໃນຕອນສວຍ ແລະ ບັນດາພາຫະນະການຂົນສົ່ງ ຈະພ້ອມກັນບິບແກໃນຈຸດເວລານັ້ນ. ສາກສົບຂອງອະດິດຜູ້ນຳທ່ານນີ້ ຈະສົ່ງເຖິງສຸສານ Kumsusan ບ່ອນຕັ້ງສາກສົບບີດາຂອງເພີ່ນແມ່ນ ອະດິດ ປະທານ Kim Il Sung .