ພາບປະກອບ:internet
|
(vovworld) - ວັນທີ 1/3, ກະຊວງປ້ອງກັນປະເທດ ສເກົາຫລີ ໃຫ້ຮູ້ວ່າ: ສປປ ເກົາຫລີ ອາດຈະດຳເນີນການຊ້ອມຮົບການທະຫານດ້ວຍຂອບຂະຫນາດໃຫຍ່ໃນທົ່ວປະເທດໃນຕົ້ນເດືອນ 3 ນີ້. ໂດຍອີງໃສ່ການຕິດຕາມຊ້ອມຮົບຄັ້ງຕ່າງໆຂອງ ສປປ ເກົາຫລີ ດຳເນີນໄປໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດ ສເກົາຫລີ ໄດ້ໃຫ້ຂໍ້ສັງເກດວ່າ: ພຽງຢາງ ອາດຈະຜັນຂະຫຍາຍການຊ້ອມຮົບໃນຂອບຂະຫນາດທົ່ວປະເທດທີ່ກ່ຽວຂ້ອງເຖິງບັນດາອາວຸດທາງບົກ, ທາງທະເລ ແລະ ທາງອາກາດຂອງ ກອງທັບປະຊາຊົນ ສປປ ເກົາຫລີ ກໍຄືກັບບັນດາກົມກອງຂຶ້ນກັບກຳລັງພິເສດຂອງ ສປປ ເກົາຫລີ. ໂຄສົກກະຊວງປ້ອງກັນປະເທດ ສເກົາຫລີ, ທ່ານ Kim Min seok ເນັ້ນຫນັກວ່າ: ຄວນຕີລາຄາຢ່າງລະມັດລະວັງບັນດາການຢ້ຽມຢາມຜ່ານມາຂອງການນຳ ສປປ ເກົາຫລີ Kim Jong un ເຖິງບັນດາຖານຖີ່ໝັ້ນການທະຫານ ເພື່ອກວດກາການກຽມພ້ອມຕໍ່ສູ້ຂອງນາຍທະຫານ.