ສປປ ເກົາຫລີ ຮັບຮູ້ວ່າໄດ້ປະຕິບັດການຍິງທົດລອງລູກສອນໄຟສຳເລັດຜົນ

(VOVWORLD) - ວັນທີ 8 ທັນວາ, ສຳນັກຂ່າວສານ KCNA ຂອງ ສປປ ເກົາຫລີ ໃຫ້ຮູ້ວ່າ ພຽງຢາງ ໄດ້ປະຕິບັດການຍິງທົດລອງລູກສອນໄຟສຳຄັນ ຢູ່ ສະຫນາມຍິງລູກສອນໄຟ Sohae. 

ໝາກຜົນເຫດຍິງທົດລອງສຳເລັດຜົນນີ້ໄດ້ລາຍງານເຖິງຄະນະບໍລິຫານງານສູນກາງພັກແຮງງານ ສປປ ເກົາຫລີ. ເຫດຍິງທົດລອງນີ້ ສວມບົດບາດສຳຄັນໃນການປ່ຽນແປງທີ່ຕັ້ງຍຸດທະສາດຂອງ ສປປ ເກົາຫລີ ໃນອະນາຄົດໃກ້ໆນີ້. ກ່ອນຫນ້ານັ້ນ  ວັນທີ 7 ທັນວາ ທ່ານ Kim Song ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ ສປຊ ໄດ້ຢືນຢັນວ່າ ບັນຫາປອດນິວເຄຼຍ ຢູ່ ແຫລມເກົາຫລີ ບໍ່ໄດ້ນຳມາປຶກສາຫາລືໃນບັນດາການເຈລະຈາກັບ ອາເມລິກາ ພ້ອມທັງຖືວ່າ ບັນດາການເຈລະຈາທີ່ແກ່ຍາວກັບ ວໍຊີງຕັນ ແມ່ນບໍ່ຈຳເປັນອີກແລ້ວ. ສປປ ເກົາຫລີ ຖືວ່າ ການໂອ້ລົມສົນທະນາ ຊື່ງ ອາເມລິກາ ພວມຊອກຫານັ້ນ ພຽງແຕ່ແມ່ນວິທີເພື່ອໃຫ້ ວໍຊີງຕັນ ປະຢັດເວລາ ນຳມາເຊິ່ງຜົນປະໂຫຍດໃຫ້ໂຄງການດຳເນີນງານພາຍໃນປະເທດເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ