ສປປ.ເກົາຫຼີ ຖະແຫຼງຫັນສາງ ອາວຸດນິວເຄຼຍ ເປັນທັນສະໄໝ

ສປປ.ເກົາຫຼີ ຖະແຫຼງຫັນສາງ ອາວຸດນິວເຄຼຍ ເປັນທັນສະໄໝ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 23/02, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA) ​ໃຫ້​ຂ່າວ​ວ່າ ລັດຖະບານ​ປະ​ເທດ​ນີ້​ຈະ​ຫັນ​ອາວຸດ​ນິວ​ເຄຼຍ​ເປັນ​ທັນ​ສະ​ໄໝ ພ້ອມ​ທັງ​ຂະຫຍາຍ​ສາງ​ອາວຸດ​ນິວ​ເຄຼຍ ​​ໃນ​ລະດັບ​ສູງສຸດ ຖະຫາກ​ວ່າ ອາ​ເມ​ລິ​ກາ ບໍ່​ປະລະ​ຫຼັກ​ໝັ້ນ​ເປັນ​ປໍ​ລະ​ປັກ​ກັບ​ພຽງ​ຢາງ. ຄຳວິຈານ​ຂອງ KCNA ຊີ້​ແຈ້ງວ່າ ບັນດາ​ນະ​ໂຍບາຍ​ທີ່​​ເປັນ​ປໍ​ລະ​ປັກ​ຂອງ ວໍ​ຊິງ​ເຕັນ ​ແມ່ນ​ເຫດຜົນ​​ທີ່​ພາ​ໃຫ້​ພຽງ​ຢາງ ​ເພີ່ມ​ກຳລັງ​ແຮງ​ດ້ານ​ນິວ​ເຄຼຍ. ສປປ.​ເກົາຫຼີ ກ່າວເຕື່ອນ​ວ່າ ຖ້າ​ຫາກ​ອາ​ເມ​ລິ​ກາ​ ບໍ່ເລືອກເຟັ້ນ​ນະ​ໂຍບາຍທີ່​ຖືກຕ້ອງ, ສປປ.​ເກົາຫຼີ ຈະ​ຫັນ​ເປັນ​ທັນສະ​ໄໝ ​ແລະ ​ເພີ່ມ​ກຳລັງ​ແຮງ​ດ້ານ​ນິວ​ເຄຼຍຂຶ້ນ​ສູ່ລະດັບສຸງສຸດ. ຕາມ KCNA ​ແລ້ວ, ການທົດ​ລອງນິວ​ເຄຼຍ​ເມື່ອ​ວັນ​ທີ 12/02 ຜ່ານ​ມາ ​ແມ່ນ​ການປ້ອງ​ກັນ​ຕົວຂອງ​ປະ​ເທດ​ນີ້ ​​ເພື່ອ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການກະທຳ​ທີ່​ເປັນ​ປໍ​ລະ​ປ​ັກຂອງ​ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ