ສປປ.ເກົາຫຼີ ປະເຊີນໜ້າກັບການແຜ່ລະບາດຂອງໂລກລະບາດໂຄວິດ -19

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 366.000 ຄົນ ແລະ ມີຜູ້ເສຍຊີວິດ 700 ຄົນ.
ສປປ.ເກົາຫຼີ ປະເຊີນໜ້າກັບການແຜ່ລະບາດຂອງໂລກລະບາດໂຄວິດ -19  - ảnh 1

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 366.000 ຄົນ ແລະ ມີຜູ້ເສຍຊີວິດ 700 ຄົນ. ນັບແຕ່ເມື່ອເກີດໂລກລະບາດມາຮອດປະຈຸບັນ ທົ່ວໂລກມີຜູ້ຕິດເຊື້ອພະຍາດທັງໝົດ 520.6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6.28 ລ້ານຄົນ.

ນັບແຕ່ເວລາ 14 ໂມງຂອງວັນທີ 14 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 15 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.594 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນທີ 15 ພຶດສະພາ ແມ່ນ 5.448 ຄົນ, ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີທັງໝົດຂຶ້ນເກືອບ 9,4 ລ້ານຄົນ.

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຕອນເຊົ້າວັນທີ 15 ພຶດສະພາ, ສປປ.ເກົາຫຼີ ແຈ້ງໃຫ້ຊາບວ່າ ປະເທດນີ້ຫາກໍ່ມີຜູ້ເສຍຊີວິດ 15 ຄົນຕື່ມອີກຍ້ອນໂລກລະບາດໂຄວິດ 19 , ຜູ້ເກີດອາການເປັນໄຂ້ໃນທົ່ວປະເທດແມ່ນ 296.180 ຄົນ. ໄລ່ຮອດຕອນຄ່ຳວັນທີ 13 ພຶດສະພາ ຫາເວລາ 18 ໂມງຂອງວັນທີ 14 ພຶດສະພາ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ 19 ຢູ່ ສປປ.ເກົາຫຼີ ແມ່ນ 42 ຄົນ. ຕໍ່ໜ້າສະພາບການດັ່ງກ່າວ, ການນຳ Kim Jong un ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຕ້ອງຮ່ຳຮຽນເອົາບົດຮຽນຕ້ານໂລກລະບາດຢູ່ບາງປະເທດ, ໃນນັ້ນມີ ຈີນ.

ວັນທີ 13 ພຶດສະພາ, ສະຫະປະຊາຊາດຢືນຢັນວ່າ ຈະໜູນຊ່ວຍ ສປປ.ເກົາຫຼີ ຮັບມືກັບໂລກລະບາດໂຄວິດ-19.

ໃນຂະນະນັ້ນ, ສູນກະກັດກັ້ນ ແລະ ຄວບຄຸມໂລກລະບາດເອີລົບ (ECDC) ໄດ້ຮຽກຮ້ອງໃຫ້ປະຊາຊົນໃນ “ທຸກເກນອາຍຸ” ຕ້ອງສັກວັກຊິນເຂັ້ມພື້ນຖານ ແລະ ເຂັ້ມທີ 2 ເພື່ອປ້ອງກັນຕໍ່ໂລກລະບາດໂຄວິດ-19 ແນໃສ່ຊ່ວຍປ້ອງກັນຕົວ ຕໍ່ໜ້າບັນດາສາຍພັນໃໝ່ຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ