ສປປ.ເກົາຫຼີຈະຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich 2020

(VOVWORLD) -ເປັນຄັ້ງທຳອິດໃນປະຫວັດສາດ, ສປປ.ເກົາຫຼີ ຈະຈັດສົ່ງເຈົ້າໜ້າທີ່ການທູດທ່ານໜຶ່ງເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich (MSC) ປະຈຳປີ ຄັ້ງທີ 56

ສປປ.ເກົາຫຼີຈະຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich 2020 - ảnh 1

ກອງປະຊຸມຄວາມໝັ້ນຄົງ Munich 

(ພາບປະກອບ: AFP/TTXVN)

ຄາດວ່າຈະດຳເນີນໃນເດືອນ ກຸມພາ ຈະມາເຖິງຢູ່ນະຄອນ Munich ປະເທດເຢຍລະມັນ. ໂຄສົກ MSC ທ່ານໜຶ່ງໄດ້ຢັ້ງຢືນວ່າ ທ່ານຮອງລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Kim Son Gyong ຈະເຂົ້າຮ່ວມເຫດການດັ່ງກ່າວ.

          ຄາດວ່າ, ກອງປະຊຸມ MSC ຄັ້ງທີ 56 ຈະດຳເນີນໄປໃນລະຫວ່າງວັນທີ 14 – 16 ກຸມພາ 2020. ລາຍລະອຽດ ແລະ ບັນຊີລາຍຊື່ຜູ້ແທນທີ່ເຂົ້າຮ່ວມຈະໄດ້ປະກາດໃນ 2 – 3 ອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ