ສື່ມວນ​ຊົນ ມາ​ເລ​ເຊຍ ຍົກ​ໃຫ້​ເຫັນຢ່າງ​ເດັ່ນ​ຊັດຄວາມ​ສຳ​ຄັນ​ຂອງ UNCLOS ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ໃນບົດຂຽນທີ່ເອົາລົງໃນເວັບໄຊ Theinsnews.com ຂອງ ມາເລເຊຍ ໃນວັນທີ 11 ກໍລະກົດ ໄດ້ຖືວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ພ້ອມກັບຄວາມສາມັກຄີຂອງບັນດາປະເທດ ອາຊຽນ ແມ່ນສວມບົດບາດສຳຄັນໃນການແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ.
ສື່ມວນ​ຊົນ ມາ​ເລ​ເຊຍ ຍົກ​ໃຫ້​ເຫັນຢ່າງ​ເດັ່ນ​ຊັດຄວາມ​ສຳ​ຄັນ​ຂອງ UNCLOS ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ທຸງ ອາຊຽນ (ພາບປະກອບ: theinsnews.com)

ບົດຂຽນດັ່ງກ່າວໄດ້ເນັ້ນໜັກວ່າ ການກຳເນີດຂອງ ສົນທິສັນຍາ UNLCOS ແມ່ນວິວັດການສ້າງຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ກົດໝາຍ, ໃນນັ້ນ, ສົນທິສັນຍາ UNLCOS ແມ່ນເອກະສານນິຕິກຳສຳຄັນເພື່ອກຳນົດບັນດາບັນຫາທີ່ກ່ຽວຂ້ອງເຖິງອະທິປະໄຕ, ຊາຍແດນທະເລ ແລະ ສິດ, ພັນທະຂອງປະເທດທີ່ເຂົ້າຮ່ວມການເດີນເຮືອ. ນີ້ແມ່ນພື້ນຖານນິຕິກຳເພື່ອໃຫ້ບັນດາປະເທດຢູ່ແຄມທະເລວາງແຜນກຳນົດນະໂຍບາຍທະເລ ແລະ ສ້າງບັນດາເອກະສານນິຕິກຳທີ່ຄ້າຍຄືກັນ.

ບົດຂຽນດັ່ງກ່າວກໍໄດ້ເຊີດຊູບົດບາດຂອງ ອາຊຽນ ໃນການແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ. ເພື່ອຮັບປະກັນແຫຼ່ງຊັບພະຍາກອນຂອງທະເລຕາເວັນອອກໄດ້ຮັບການນໍາໃຊ້ຢ່າງມີປະໂຫຍດສຳລັບບັນດາປະເທດສະມາຊິກ ອາຊຽນ, ບົດຂຽນດັ່ງກ່າວ ຖືວ່າ ມາດຕະການດີທີ່ສຸດ ແມ່ນບັນດາປະເທດ ອາຊຽນ ຄວນບັນລຸໄດ້ຂໍ້ຕົກລົງທາງດ້ານການເມືອງ, ການທະຫານ ແລະ ເສດຖະກິດຢ່າງໝັ້ນຄົງ ເພື່ອເຄົາລົບບັນດາຖະແຫຼງການຂອງກັນໃນຂະນະພ້ອມກັນລົງທຶນປົກປັກຮັກສາພາກພື້ນ ເພື່ອຜົນປະໂຫຍດຂອງບັນດາປະເທດເຂົ້າຮ່ວມທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ