ສື່ມວນ​ຊົນ ສ​ປ​ປ ເກົາຫຼີ ຕຳ​ໜິ​ຕິ​ຕຽນ ສ.ເກົາຫຼີ ທີ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ນາບ​ຂູ່​ນິວ​ເຄຼຍ​ກັບ​ອາ​ເມ​ລິ​ກາ

(VOVWORLD) - ວັນທີ 21 ກັນຍາ, Meari, ສື່ອອນລາຍໂຄສະນາຂອງ ສປປ ເກົາຫຼີ ໄດ້ມີບົດຂຽນຕຳໜິຕິຕຽນ ສ ເກົາຫຼີ ຍ້ອນໄດ້ດຳເນີນການໂອ້ລົມສົນທະນາປ້ອງກັນຊາດລວມ ສ ເກົາຫຼີ-ອາເມລິກາ (KIDD) ຄັ້ງທີ 18 ເມື່ອເດືອນຕົ້ນກັນຍາຜ່ານມາ ກ່ຽວກັບການນາບຂູ່ນິເຄຼຍ ແລະ ບັນດາໄພນາບຂູ່ລູກສອນໄຟຈາກ ສປປ ເກົາຫຼີ.
ສື່ມວນ​ຊົນ ສ​ປ​ປ ເກົາຫຼີ ຕຳ​ໜິ​ຕິ​ຕຽນ ສ.ເກົາຫຼີ ທີ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ນາບ​ຂູ່​ນິວ​ເຄຼຍ​ກັບ​ອາ​ເມ​ລິ​ກາ - ảnh 1

ສປປເກົາຫຼີ ຍິງລູກສອນໄຟນຳວິຖີເມື່ອວັນທີ 25/7 (ພາບ:  KCNA)

     ສື່ອອນລາຍ Meari ໄດ້ຂຽນວ່າ: “ຍຸດທະສາດການນາບຂູ່ຂອງອາເມລິກາ ແລະ ສ ເກົາຫຼີ ແມ່ນຍຸດທະສາດສົງຄາມນິວເຄຼຍ ທີ່ອັນຕະລາຍທີ່ສຸດ ດ້ວຍແຜນການບຸກໂຈມຕີ ສປປ ເກົາຫຼີ ດ້ວຍອາວຸດນິວເຄຼຍ ແລະ ທຸກພາຫະນະການທະຫານອື່ນໆ” ແລະ ຖືວ່າ “ນີ້ແມ່ນການກະທຳທີ່ຂາດຄວາມລະມັດລະວັງ, ສາມາດເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ ຂະນະທີ່ໄດ້ດຳເນີນໄປກົງກັບເວລາສະພາບການໃນແຫຼມເກົາຫຼີ ນັບມື້ນັບຊົ່ວຮ້າຍລົງ”.

   ບົດຂຽນຍັງກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງກ່ວາ ຖ້າຫາກວ່າ ເຊີອູນ ສືບຕໍ່ມີ “ການກະທຳດ້ານການທະຫານທີ່ຂາດຄວາມລະມັດລະວັງ”.

ຕອບກັບ

ຂ່າວ/ບົດ​ອື່ນ