ສື່ມວນ​ຊົນ ເອີ​ລົບ​ຕີ​ລາ​ຄາ​ສູງ ການ​ຢ້ຽມ​ຢາມ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ

(VOVWORLD) -ຫວຽດນາມ ແມ່ນຂົວເຊື່ອມຕໍ່ລະຫວ່າງ EU ກັບ  ອາຊຽນ ຢ່າງແທດຈິງ, ໃນຂະນະນັ້ນ EU ສືບຕໍ່ໜູນຊ່ວຍ ຫວຽດນາມ ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດມະຫາອຳນາດ, ອົງການຈັດຕັ້ງສາກົນຕ່າງໆ.
ສື່ມວນ​ຊົນ ເອີ​ລົບ​ຕີ​ລາ​ຄາ​ສູງ ການ​ຢ້ຽມ​ຢາມ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ໂອຕາລິດ

ໃນລະຫວ່າງວັນທີ 5 – 11 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 ຢູ່ ສ.ໂອຕາລິດ, ໄປຢ້ຽມຢາມ ແລະ ເຮັດວຽກ ກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ໄປຢ້ຽມຢາມ ສ.ແຟນລັງຢ່າງເປັນທາງການ. ສື່ມວນຊົນເອີລົບ ໄດ້ຕິດຕາມ ແລະ ຕີລາຄາຄວາມໝາຍສຳຄັນຂອງການຢ້ຽມຢາມນີ້.

ເປີດສາກບົດຂຽນໃນໜັງສືພິມລາຍວັນ Agenzia Stampa Italia, ນັກຂ່າວ Andrea Fais ໄດ້ເນັ້ນໜັກວ່າ: ປັດຈຸບັນ, ການນຳ EU ຖືຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສັນຍາການຮ່ວມມື ແລະ ຄູ່ຮ່ວມມືຢ່າງຮອບດ້ານ ລະຫວ່າງ ຫວຽດນາມ - EU (PCA) ແລະ ກົນໄກຄະນະກຳມະການປະສົມ ຫວຽດນາມ - EU ສືບຕໍ່ໄດ້ຮັບການ ຜັນຂະຫຍາຍຢ່າງ ຕັ້ງໜ້າ ມີປະສິດທິຜົນຈາກສອງຝ່າຍ. ຫວຽດນາມ ແມ່ນຂົວເຊື່ອມຕໍ່ລະຫວ່າງ EU ກັບ  ອາຊຽນ ຢ່າງແທດຈິງ, ໃນຂະນະນັ້ນ EU ສືບຕໍ່ໜູນຊ່ວຍ ຫວຽດນາມ ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດມະຫາອຳນາດ, ອົງການຈັດຕັ້ງສາກົນຕ່າງໆ. ການຮ່ວມມືເສດຖະກິດ, ການຄ້າສອງຝ່າຍໄດ້ປ່ຽນແປງກ່ຽວກັບຄຸນນະພາບ, ແມ່ນປະຖົມປັດໄຈຊຸກຍູ້ ການຮ່ວມມືນະໂຍບາຍ ແລະ ບັນດາຂົງເຂດຍຸດທະສາດຕ່າງໆ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນສະພາບການໂລກລະບາດໂຄວິດ - 19, ຜ່ານກົນໄກ COVAX, EU ໄດ້ສະໜອງໃຫ້ ຫວຽດນາມ ວັກຊິນກັນໂຄວິດ - 19 2,4 ລ້ານໂດສ. ຄວາມເອົາໃຈໃສ່ ແລະ ການໜູນຊ່ວຍກ່ຽວກັບວັກຊິນ, ຢາປິ່ນປົວ ແລະ ວັດຖຸອຸປະກອນການແພດ ໃຫ້ແກ່ຫວຽດນາມ ສະແດງໃຫ້ເຫັນຢ່າງຈະແຈ້ງ ບັນດາຄຳໝັ້ນສັນຍາ ຂອງ EU ໃນຂອບເຂດສັນຍາແມ່ ກ່ຽວກັບການເຂົ້າຮ່ວມຄຸ້ມຄອງວິກິດການກັບ ຫວຽດນາມ.

ມີຫຼາຍເວັບໄຊສື່ມວນຊົນຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ ເຢຍລະມັນ, ໂອຕາລິດ, ສ.ເຊັກໂກ, ອີຕາລີ... ກໍ່ໄດ້ເອົາລົງບົດຂຽນຫຼາຍບົດຈາກບັນດາໜັງສືພິມ, ພ້ອມທັງອັບເດັດບັນດາການເຄື່ອນໄຫວຂອງ ທ່ານປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນໃນການຢ້ຽມຢາມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ