ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ທີ່ການພົບປະກັບສື່ມວນຊົນ
|
(vovworld) – ທີ່ການພົບປະກັບສື່ມວນຊົນໃນວັນທີ 5/2, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ຢັ້ງຢືນວ່າສື່ມວນຊົນໄດ້ໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ຟົດຟື້ນຂອງ ຫວຽດນາມ ຢ່າງສະໜິດແໜ້ນ ແລະ ຄົບຖ້ວນ, ທັນການ, ປະກອບສ່ວນສຳຄັນເຂົ້າໃນຜົນງານພົວພັນຕ່າງປະເທດປີ 2014.
ເມື່ອເຕື້ອງເຖິງບັນດາຈຸດພົ້ນເດັ່ນໃນການເຄື່ອນໄຫວພົວພັນຕ່າງປະເທດໃນປີຜ່ານມາ, ທ່ານລັດຖະມົນຕີວ່າການ ຟ້າມບີ່ງມິງ ໃຫ້ຮູ້ວ່າ: ປີ 2014 ເປັນຂີດໝາຍສຳຄັນພໍສົມຄວນໃນການເຄື່ອນໄຫວພົວພັນຕ່າງປະເທດຂອງ ຫວຽດນາມ ດ້ວຍບັນດາຜົນງານມີລັກສະນະຮອບດ້ານໃນ 3 ຄາດໝາຍແມ່ນ: ພັດທະນາ, ຄວາມໝັ້ນຄົງ ແລະ ທີ່ຕັ້ງບົດບາດ. ດ້ວຍການພົວພັນກັບ 14 ປະເທດຄູ່ຮ່ວມມືຍຸດທະສາດ, 11 ປະເທດຄູ່ຮ່ວມມືຮອບດ້ານເຊິ່ງ ຫວຽດນາມ ໄດ້ກຳນົດຂອບເຂດການຮ່ວມມືມາແຕ່ກ່ອນແລ້ວ, ການເຄື່ອນໄຫວພົວພັນຕ່າງປະເທດ ປີ 2014 ສືບຕໍ່ເຮັດໃຫ້ບັນດາການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ນັ້ນມີປະສິດທິຜົນ, ຜົນປະໂຫຍດຢ່າງແທ້ຈິງ. ພິເສດ, ປີ 2014, ການພົວພັນຕ່າງປະເທດຂອງ ຫວຽດນາມ ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງອະທິປະໄຕບົນທະເລຕາເວັນອອກ ຢ່າງຄ່ອງແຄ້ວ, ເປັນເຈົ້າການສື່ສານ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ພາລະກິດປົກປັກຮັກສາອະທິປະໄຕຜືນແຜ່ນດິນ. ກ່ຽວກັບການສົມທົບວຽກງານໃນປີ 2015, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ, ຊີ້ແຈ້ງວ່າ:
“ກ້າວເຂົ້າສູ່ປີ 2015, ສະພາບເສດຖະກິດໂລກຍັງມີການຜັນແປຫຼາຍຢ່າງ, ສືບຕໍ່ສ້າງຄວາມສະດວກ ແລະ ສິ່ງທ້າທາຍເຖິງສະພາບແວດລ້ອມພັດທະນາເສດຖະກິດ, ຄວາມໝັ້ນຄົງຂອງ ຫວຽດນາມ, ວຽກງານພົວພັນຕ່າງປະເທດຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນປີ 2014, ບັນລຸໄດ້ບັນດາໝາກຜົນໃໝ່ໃນປີ 2015. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ສິ່ງສຳຄັນໜຶ່ງອີກແມ່ນຕ້ອງມີການເຂົ້າຮ່ວມຂອງສື່ມວນຊົນ.”