ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ 
ສື່ມວນ​ຊົນ​ລາວ ຍ້ອງ​ຍໍ​ສັນ​ລະ​ສັນ 93 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ໜັງສືພິມ ປະຊາຊົນ , ອົງການກະບອກສຽງຂອງພັກປະຊາຊົນປະຕິວັດ ລາວ ສະບັບອອກວັນທີ 3 ກຸມພາ ໄດ້ລົງບົດຂຽນ ທີ່ມີຫົວຂໍ້ວ່າ “ບັນດາລະດູບານໃໝ່ທີ່ມີພັກນຳພາ”. ບົດຂຽນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ລະດູບານໃໝ່ຜ່າໄດ້93ປີ (3/21930 – 3/2/2023), ພັກກອມມູນິດ ຫວຽດນາມ ໄດ້ກໍ່ສ້າງ ແລະ ພັດທະນາປະເທດຊາດ, ນຳການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບຸນພູມສຸກມາໃຫ້ປະຊາຊົນໝົດທຸກຄົນ. ໃນຕະຫຼອດໄລຍະ 93 ປີພາຍໃຕ້ການ ນຳພາຂອງ ພັກກອມມູນິດ ຫວຽດນາມ, ຫວຽດນາມ ຈາກປະເທດທີ່ທຸກຍາກ, ຫຼ້າຫຼັງ, ເປັນຫົວເມືອງຂຶ້ນ ກາຍເປັນປະເທດພວມພັດທະນາ, ມີລາຍຮັບປານກາງ, ຖານະບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດນັບມື້ນັບໄດ້ຍົກສູງຂຶ້ນຢູ່ເວທີສາກົນ. ບົດຂຽນໄດ້ຄັດສະເໜີຄຳເວົ້າຂອງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການປ່ຽນແປງໃໝ່, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນລຸໄດ້ຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດຫຼາຍຢ່າງ. ຫວຽດນາມ ຍັງບໍ່ເຄີຍມີພາລະກິດຜົນງານທີ່ຍິ່ງໃຫຍ່, ຄວາມສາມາດບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ