ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(VOVWORLD) - ໃນລະຫວ່າງວັນທີ 2 – 3 ຕຸລາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວ, ບົດ ແລະ ພາບເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.
ສື່ມວນຊົນລາວ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1 ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ການຕ້ອນຮັບ (ພາບ: TTXVN)

        ໜັງສືພິມ ປະຊາຊົນ ສະບັບອອກວັນທີ 2 ຕຸລາ ແລະ ໜັງສືພິມ ລາວພັດທະນາ ສະບັບອອກວັນທີ 3 ຕຸລາ ໄດ້ໃຫ້ຂ່າວກ່ຽວກັບເນື້ອໃນຖະແຫຼງການຮ່ວມ ຫວຽດນາມ - ລາວ ຢ່າງຄົບຖ້ວນ, ພ້ອມທັງມີບົດຂຽນ ກ່ຽວກັບການພົບປະເຈລະຈາ ລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢ່າງລະອຽດ, ໃນນັ້ນ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງ ແລະ ຕີລາຄາສູງຕໍ່ ເລື່ອງສອງປະເທດ ໄດ້ລົງນາມ ແລະ ແລກປ່ຽນເອກະສານການຮ່ວມມື 8 ສະບັບ ໃນບັນດາຂົງເຂດ ເສດຖະກິດ, ການລົງທຶນ, ການສຶກສາ, ການເງິນ, ທະນາຄານ, ພະລັງງານ, ການບິນ. ເລື່ອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຄັ້ງ 2 ໃນຖານະເປັນນາຍົກລັດຖະມົນຕີນັ້ນ ແມ່ນມີຄວາມໝາຍສໍາຄັນຍິ່ງ, ຜ່ານນັ້ນ ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ອ້າຍນ້ອງ.

        ໜັງສືພິມ ວຽງຈັນທາມ ສະບັບອອກວັນທີ 03 ຕຸລາ ມີບົດຂຽນ ໂດຍໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນຊວັນຟຸກ ໄດ້ເຫັນດີເປັນເອກະພາບຮ່ວມມືກັນ ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ. ໜັງສືພິມສະບັບດັ່ງກ່າວໃຫ້ຮູ້ວ່າ ທີ່ການພົບປະລະຫວ່າງນາຍົກລັດຖະມົນຕີສອງທ່ານ ໃນວັນທີ 01 ຕຸລາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ;  ສືບຕໍ່ບອກສອນໃຫ້ຄົນລຸ້ນໜຸ່ມມີຄວາມເຂົ້າໃຈ ແລະ ເຄົາລົບຕໍ່ສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

        ໜັງສືພິມລາວ ສະບັບອອກວັນທີ 03 ຕຸລາ ກໍລົງພິມບົດ ແລະ ຮູບພາບກ່ຽວກັບການເຄື່ອນໄຫວ ກໍຄືການຕ້ອນຮັບຢ່າງສົມກຽດຂອງຫວຽດນາມ ທີ່ສະຫງວນໃຫ້ທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນ ເມື່ອເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ພົບປະກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.


ຕອບກັບ

ຂ່າວ/ບົດ​ອື່ນ