ສື່ມວນ​ຊົນລາວ ໄດ້​ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ, ຂ່ຳ​ນັບ​ຮັບ​ຕ້ອນ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ ລາວ ຢ່າງ​ເປັນ​ທາງ​ການ​

(VOVWORLD) -ຜ່ານການຜູກພັນມາຫຼາຍທົດສະວັດ, ການພົວພັນແບບພິເສດ ລະຫວ່າງສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນ ແລະ ເລິກເຊິ່ງໃນທຸກດ້ານ, ພິເສດແມ່ນການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການຮ່ວມມືດ້ານເສດຖະກິດ - ການຄ້າ ກໍນັບມື້ນັບມີປະສິດທິຜົນ.
ສື່ມວນ​ຊົນລາວ ໄດ້​ລົງ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ, ຂ່ຳ​ນັບ​ຮັບ​ຕ້ອນ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​ ລາວ ຢ່າງ​ເປັນ​ທາງ​ການ​ - ảnh 1ພິທີຕ້ອນຮັບ (ພາບ: TTXVN)

ບັນດາໜັງສືພິມໃຫຍ່ຂອງ ລາວ ໄດ້ອອກຂ່າວ, ບົດເປັນຈຳນວນຫຼາຍ ເພື່ອຂ່ຳນັບຮັບຕ້ອນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ້ຽມຢາມ ລາວ ຢ່າງເປັນທາງການ. ໜັງສືພິມ ປະຊາຊົນ - ກະບອກສຽງຂອງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນ ດ້ວຍຫົວຂໍ້: “ຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ” ໃນໜ້າທຳອິດ. ບົດຂຽນໄດ້ຊີ້ແຈ້ງວ່າ: ຜ່ານການຜູກພັນມາຫຼາຍທົດສະວັດ, ການພົວພັນແບບພິເສດ ລະຫວ່າງສອງປະເທດ ລາວ - ຫວຽດນາມ ນັບມື້ນັບມີປະສິດທິຜົນ ແລະ ເລິກເຊິ່ງໃນທຸກດ້ານ, ພິເສດແມ່ນການຮ່ວມມືດ້ານການເມືອງ ແລະ ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການຮ່ວມມືດ້ານເສດຖະກິດ - ການຄ້າ ກໍນັບມື້ນັບມີປະສິດທິຜົນ. ປີ 2023, ສອງປະເທດ ລາວ ແລະ ຫວຽດນາມ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ; ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພັດທະນາເສດຖະກິດ - ສັງຄົມ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດຢ່າງແທ້ຈິງ...

        ໃນຂະນະນັ້ນ, ໜັງສືພິມ ປະເທດລາວ ໄດ້ລົງບົດຂຽນ: “ຊົມເຊີຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມາຢ້ຽມຢາມ ລາວ ຢ່າງເປັນທາງການ”, ກໍໄດ້ຊີ້ແຈ້ງວ່າ: ການຢ້ຽມຢາມຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອີກຄັ້ງໜຶ່ງໄດ້ຢັ້ງຢືນ ຄັ້ງ ຄວາມມຸ່ງມາດປາດຖະໜາສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃນການສືບຕໍ່ເສີມຂະຫຍາຍມູນເຊື້ອຢ່າງເລິກເຊິ່ງ, ແໜ້ນແຟ້ນ, ໄວ້ເນື້ອເຊື່ອໃຈ, ບໍລິສຸດຜຸດຜ່ອງ, ຫາຍາກໃນໂລກ ລະຫວ່າງສອງປະເທດ ລາວ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ