ສື່ມວນຊົນສ່ອງແສງຢ່າງທັນການບັນດາການເຄື່ອນໄຫວຂອງປະເທດຊາດ

(VOVWORLD) -ວັນທີ 16 ມິຖຸນາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຕັ້ງການພົບປະກັບນັກຂ່າວ ເນື່ອງໃນໂອກາດສະເຫລີມສະຫລອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ (21/6/1925-21/6/2017). 
ສື່ມວນຊົນສ່ອງແສງຢ່າງທັນການບັນດາການເຄື່ອນໄຫວຂອງປະເທດຊາດ - ảnh 1 ບັນດາຜູ້ແທນທີ່ການພົບປະກັບນັກຂ່າວ

ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່, ຕີລາຄາສູງບົດບາດຂອງສື່ມວນຊົນ, ແລະ ຖືວ່າ ສື່ມວນຊົນແມ່ນຊ່ອງຂໍ້ມູນຂ່າວມີຄວາມສຳຄັນທີ່ສຸດສຳລັບການເຄື່ອນໄຫວຊີ້ນຳ ບໍລິຫານ. ລັດຖະບານ, ນາຍົກລັດຖະມົນຕີ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍາມໃດກໍ່ຮັບຟັງ, ສ້າງເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປະຕິບັດພາລະບົດບາດຂອງຕົນເປັນຢ່າງດີ. ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທີບີກງອກ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ກໍ່ໄດ້ມີການພົບປະ ອວຍພອນບັນດາຜູ້ຕາງຫນ້າອົງການສຳນັກຂ່າວສານ ສື່ມວນຊົນສູນກາງ ແລະ ຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ