ສື່ມວນ​ຊົນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ອາ​ຊຽນ ໃນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ວັນທີ 26 ມິຖຸນາ, ຫຼາຍສຳນັກຂ່າວສານສາກົນ ໄດ້ໃຫ້ຂ່າວທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳອາຊຽນ ແລະ ບັນດາຄູ່ຮ່ວມມື ເຂົ້າຮ່ວມວາລະໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ທາງອອນລາຍ.

   ຕາສຳນັກຂ່າວສານ AP ຂອງອາເມລິກາ, ກອງປະຊຸມແມ່ນເພື່ອແນໃສ່ສະແດງຄວາມສາມັກຄີຂອງບັນດາປະເທດສະມາຊິກ ກ່ຽວກັບການສ້າງກອງທຶນສຸກເສີນໃນພາກພື້ນ ເພື່ອຮັບມືກັບວິກິດການຢ່າງຮ້າຍແຮງ ໂດຍໂລກລະບາດໂຄວິດ-19 ກໍ່ຂຶ້ນ.

   ສ່ວນສຳນັກຂ່າວສານ AFP ຂອງຝະລັ່ງ ໄດ້ຄັດສະເໜີບົດກ່າວຄຳປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໂດຍໃຫ້ຮູ້ວ່າ: ໂລກລະບາດໂຄວິດ-19 ຫາກໍ່ເກີດຂຶ້ນ, ແຜ່ລະບາດອອກສູ່ວົງກວ້າງນັບແຕ່ຕົ້ນປີ 2020 ໄດ້ທຳລາຍໝາກຜົນທີ່ມວນມະນຸດໄດ້ສ້າງຂຶ້ນມາຫຼາຍປີ, ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ໄດ້ນາບຂູ່ເຖິງການດຳລົງຊີວິດຂອງປະຊາຊົນນັບຫຼາຍລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ