ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ 31 ຢ່າງ​ສຳ​ເລັດ​ຜົນ

(VOVWORLD) -ESPN ຖືວ່າ ໄຊຊະນະນີ້, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນທິມທີ່ເຂັ້ມແຂງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ສື່ມວນ​ຊົນ​ສາ​ກົນປະ​ທັບ​ໃຈ​ເມື່ອ​ທິມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ ​ສາ​ມາດຄອງ​ແຊັມ ຊີ​ເກມ  31 ຢ່າງ​ສຳ​ເລັດ​ຜົນ - ảnh 1ທິມບານເຕະຊາຍ U23  ຫວຽດນາມ ຮ້ອງເພງຊາດ ພາຍຫຼັງໄດ້ຮັບຫຼຽນຄຳ (ພາບ: TTXVN)

ວັນທີ 22 ພຶດສະພາ, ເວັບໄຊ ESPN ຂອງ ອາເມລິກາ ໄດ້ລົງບົດຂຽນພາຍຫຼັງໄຊຊະນະຂອງທິມບານເຕະຊາຍ U23  ຫວຽດນາມ ຕໍ່ທິມບານເຕະ ໄທ ດ້ວຍ 1 – 0 ໃນຮອບຊີງຊະນະເລີດຢູ່ ຊີເກມ 31 ໃນທັນທີ. ບົດຂຽນດັ່ງກ່າວມີຫົວຂໍ້ “ຫວຽດນາມ ຮັກສາຫຼຽນຄຳໄດ້ຢ່າງສຳເລັດຜົນຕໍ່ທິມບານເຕະ ໄທ”, ESPN ຖືວ່າ ໄຊຊະນະນີ້, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນທິມທີ່ເຂັ້ມແຂງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບົດຂຽນດັ່ງກ່າວກໍໄດ້ທົບທວນຄືນຜົນງານຕ່າງໆ ເຊິ່ງນັກກິລາຂອງຄູຝຶກ Park Hang – seo ບັນລຸໄດ້ໃນຊຸມປີຜ່ານມາ.

        ສຳນັກຂ່າວສານ AFP (ຝລັ່ງ) ກໍໄດ້ໃຫ້ຂ່າວກ່ຽວກັບບັນຍາກາດທີ່ຟົດຟື້ນຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນອື່ນໆ ພາຍຫຼັງທິມບານເຕະ ຫວຽດນາມ ເອົາຊະນະ ຕໍ່ທິມບານເຕະ ໄທ.

        ສ່ວນໜັງສືພິມ Chosun ຂອງ ສ.ເກົາຫຼີ ໄດ້ຂຽນວ່າ ທິມບານເຕະ U23 ຫວຽດນາມ ຄອງແຊັມ ຊີເກມ 31 ແມ່ນເໝາະສົມທີ່ສຸດ, ຂະນະທີ່ສາມາດຮັກສາປະຕູໄດ້ຢ່າງສິ້ນເຊີງໃນຕະຫຼອດງານແຂ່ງຂັນ. ໜັງສືພິມ MK ມີບົດຂຽນວ່າ “ຍຸດທະສາດ ຂອງຄູຝຶກ Park Hang – seo ໄດ້ປະກົດຄືນໃໝ່. ເປັນຄັ້ງທີ 2 ຢ່າງຕໍ່ເນື່ອງທີ່ ຫວຽດນາມ ຄອງແຊັມ ໃນກິລາບານເຕະຊາຍໃນຊີເກມ”. ສຳນັກຂ່າວສານ Yonhap ກໍມີບົດຂຽນຍ້ອງຍໍຊົມເຊີຍຄູຝຶກ Park Hang – Seo ທີ່ຊ່ວຍທິມບານເຕະ U23 ຫວຽດນາມ ຮັກສາຫຼຽນຄຳໃນຊີເກມ 31 ຢ່າງສຳເລັດຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ