ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ

(VOVWORLD) - ດ້ວຍຜົນງານນີ້, ສື່ມວນຊົນສາກົນໄດ້ໃຫ້ຂ່າວບົດຢ່າງຫຼວງຫຼາຍກ່ຽວກັບທິມບານເຕະຍິງ ຫວຽດນາມ ແລະ ຄູຝຶກ ມາຍດຶກຈູງ.
ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງ ຫວຽດນາມ  - ảnh 1 ທິມບານເຕະຍິງ ຫວຽດນາມ
(ພາບ:VFF)

ທິມບານເຕະຍິງ ຫວຽດນາມ ໄດ້ເອົາໄຊຊະນະທິມບານເຕະຍິງແຫ່ງຊາດ ມຽນມາ  2 – 0 ໃນຮອບຊິງຊະນະເລີດບານເຕະຍິງ Sea Games 32 ໃນຕອນຄ່ຳວັນທີ 15 ພຶດສະພາ, ຢູ່ ກຳປູເຈຍ, ໄດ້ຊ່ວຍໃຫ້ທິມຊາດບານເຕະຍິງ ຫວຽດນາມ ໄດ້ປ້ອງກັນແຊ້ມ Sea Games ຢ່າງສຳເລັດຜົນ. ນີ້ກໍ່ແມ່ນຫຼຽນຄຳທີ 8 ຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ໃນງານມະຫາກຳກິລາ Sea Games ຄັ້ງຕ່າງໆ. ດ້ວຍຜົນງານນີ້, ສື່ມວນຊົນສາກົນໄດ້ໃຫ້ຂ່າວບົດຢ່າງຫຼວງຫຼາຍກ່ຽວກັບທິມບານເຕະຍິງ ຫວຽດນາມ ແລະ ຄູຝຶກ ມາຍດຶກຈູງ.

        ເວບໄຊຂອງ ສະຫະພັນບານເຕະ ອາຊີ (AFC) ໄດ້ມີແຖວໜັງສື “ຫວຽດນາມ ໄຊຊະນະຕໍ່ ມຽນມາ ເພື່ອຄ້ວາໄດ້ຫຼຽນຄຳຂອງປະເພດກິລາບານເຕະຍິງ”. ໃນຂະນະນັ້ນ, ເວບໄຊຂອງສະຫະພັນບານເຕະ ອາຊີຕາເວັນອອກສຽງໃຕ້ (AFF) ກໍ່ສະແດງຄວາມປະທັບໃຈຕໍ່ຜົນງານຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ, ເມື່ອລົງບົດ “ທິມບານເຕະ ຍິງແຫ່ງຊາດ ຫວຽດນາມ ຊະນະເລີດ 4 ຄັ້ງຢ່າງລຽນຕິດໃນ Sea Games”. ໃນເວບໄຊຂອງຄະນະກຳມະການ Olympic ສາກົນ (IOC) ແລະ ສຳນັກຂ່າວສານ AFP ກໍ່ມີບົດຍ້ອງຍໍຊົມເຊີຍໄຊຊະນະຂອງທິມບານເຕະຍິງແຫ່ງຊາດ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ