ສສ. ຫວຽດນາມ ຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19

(VOVWORLD) -ໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດຈໍານວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງ ມາຊ່ວຍເຫລືອ ສປປ ລາວ
ສສ. ຫວຽດນາມ ຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 - ảnh 1ພິທີມອບ-ຮັບ (ພາບ: ຂປລ)

ວັນທີ 04 ພຶດສະພາ, ທີ່ສະໜາມບິນສາກົນວັດໄຕ ໄດ້ດຳເນີນພິທີມອບ-ຮັບ ການຊ່ວຍເຫຼືອຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດຈໍານວນ 500.000 ໂດລາສະຫະລັດ, ສົ່ງທີມແພດຊ່ຽວຊານຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດຈໍານວນໜຶ່ງມາຊ່ວຍເຫລືອ ສປປ ລາວ ປະກອບມີ: ເຄື່ອງຊ່ວຍຫາຍໃຈຈຳນວນ 200 ເຄື່ອງ, ທາດຂ້າເຊື້ອພະຍາດ (ChloramineB) ຈຳນວນ 10.000 ກິໂລ, ໜ້າກາກອະນາໄມຈໍານວນ 2 ລ້ານແຜ່ນ ແລະ ອື່ນໆ. ໃຫ້ກຽດຕາງໜ້າກ່າວມອບໂດຍທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມກັບຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ສສ. ຫວຽດນາມ ຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 - ảnh 2(ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວຄຳເຫັນທີ່ພິທີມອບ-ຮັບ)

ໃນໂອກາດດັ່ງກ່າວທ່ານ ກິແກ້ວ ໄຂຄໍາພິທູນ ກໍ່ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໂດຍຜ່ານທ່ານຮອງລັດຖະມົນຕີ ໂຕແອັງຢຸງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ເວລາໃດກໍ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຕະຫລອດ.

ສສ. ຫວຽດນາມ ຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 - ảnh 3

ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນ ສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງໃຫ້ແກ່ບັນດາແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ກໍາລັງເຮັດວຽກແຂ່ງຂັນກັບເວລາເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນ ຫຼາຍໃນທຸກມື້. ພ້ອມນີ້, ກໍ່ຈະເປັນຂວັນກໍາລັງໃຈອັນປະເສີດແກ່ຄົນເຈັບຜູ້ທີ່ກຳລັງ ປິ່ນປົວຢູ່ໃນໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ