ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ ​ຕັ​ດ​ສິນ​ໃຈ​ນຳ​ໄພ​ເງິນ​ເຟີ້​ຢູ່ Eurozone ກັບ​ຄືນ​ສູ່​ລະ​ດັບ 2%

(VOVWORLD) -ວັນທີ 4 ທັນວາ, ວົງການເຈົ້າໜ້າທີ່ທະນາຄານສູນກາງເຢຍລະມັນ ແລະ ຝລັ່ງ ໄດ້ຖະແຫຼງວ່າ ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດ ສະຫະພາບເອີລົບ (EU) ໄດ້ຕັດສິນໃຈນຳສະພາບເງິນເຟີ້ທີ່ພວມບັນລຸລະດັບສູງສະຖິຕິກັບຄືນລະດັບເປົ້າໝາຍ 2%ໃນທ້າຍປີ 2024 ຫຼື 2025.
ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ ​ຕັ​ດ​ສິນ​ໃຈ​ນຳ​ໄພ​ເງິນ​ເຟີ້​ຢູ່ Eurozone ກັບ​ຄືນ​ສູ່​ລະ​ດັບ 2% - ảnh 1ພາບປະກອບ: THX/TTXVN

ກ່າວຄຳເຫັນທີ່ການສຳພາດຂອງຊ່ອງໂທລະພາບ Phoenix ຂອງເຢຍລະມັນ, ທ່ານ Joachim Nagel ປະທານທະນາຄານສູນກາງ ເຢຍລະມັນ ແລະ ທ່ານ Francois Villeroy de Galhau ຜູ້ວ່າການທະນາຄານສູນກາງຝລັ່ງ, ໃຫ້ຮູ້ວ່າ ທະນາຄານສູນກາງ ເອີລົບ (ECB) ຈະມານະພະຍາຍາມເພື່ອຄວບຄຸມອັດຕາລາຄາທີ່ເພີ່ມຂຶ້ນໂດຍໄວຄືໃນປັດຈຸບັນ. ນີ້ບໍ່ພຽງແຕ່ແມ່ນການຄາດຄະເນ ເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາອີກດ້ວຍ.

        ອັດຕາເງິນເຟີ້ຢູ່ ເຂດໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນ ພະຈິກ ປີ 2022 ໄດ້ຫຼຸດລົງລະດັບຕ່ຳກ່ວາ 10%, ຕ່ຳກ່ວາລະດັບສູງສະຖິຕິ ແມ່ນ 10,6% ທີ່ໄດ້ຢັ້ງຢືນໃນເດືອນຕຸລາ. ນີ້ແມ່ນຄັ້ງທຳອິດໃນຮອບເວລາ 17 ເດືອນຜ່ານມາ, Eurozone ໄດ້ຢັ້ງຢືນລະດັບເງິນເຟີ້ໄດ້ຫຼຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ