ສະຖານທູດ ຫວຽດນາມ ປະຈຳ ລາວ ກ່າວເຕືອນພົນລະເມືອງ ຫວຽດນາມ ບໍ່ຄວນຟ້າວກັບເມືອປະເທດຍ້ອນ COVID-19

(VOVWORLD) -  ຕໍ່ໜ້າຄວາມວິຕົກກັງວົນກ່ຽວກັບເຊື້ອພະຍາດ Covid-19ຂອງປະຊາຄົມຊາວ ຫວຽດນາມທີ່ ພວມດຳລົງຊີວິດ, ທຳມາຫາກິນຢູ່ ລາວ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ອອກປະກາດກ່າວເຕືອນ ໃຫ້ພໍ່ແມ່ປະຊາຊົນມີຄວາມ ອຸ່ນອ່ຽງໃຈ, ບໍ່ ຟ້າວກັບເມືອປະເທດ.

        ການປະກາດຂອງສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການໂລກລະບາດ Covid-19 ໃນໂລກພວມຜັນແປຢ່າງສັນສົນນັ້ນ, ເຖິງວ່າຍັງບໍ່ທັນມີຜູ້ໃດຕິດເຊື້ອ Covid-19 ຢູ່ ລາວກໍ່ຕາມ, ແຕ່ລັດຖະບານ ລາວ ພວມຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນເຊື້ອພະຍາດຢ່າງຕັ້ງໜ້າ. ລັດຖະບານ ລາວ ໄດ້ຍົກລະດັບການປ້ອງກັນ, ສະກັດກັ້ນໃນປະເທດຂຶ້ນລະດັບສູງສຸດ ດ້ວຍບັນດາມາດຕະການຄື: ໃຫ້ນັກຮຽນ ແຕ່ຊັ້ນອະນຸຊົນເຖິງຊັ້ນມະຫາວິທະຍາໄລໃນທົ່ວປະເທດ ພັກໂຮງຮຽນ, ຢຸດຕິຫລາຍເຫດການ, ງານບຸນທີ່ມີຄົນເຕົ້າໂຮມກັນ ຫລາຍ, ປິດປະຕູບັນດາດ່ານຊາຍແດນທ້ອງຖິ່ນ ແລະ ດ່ານປະເພນີ ເກືອບທັງໝົດກັບ ຫວຽດນາມ, ໄທ ແລະ ກຳປູເຈຍ; ໂຈະ ຖ້ຽວບິນສາກົນເປັນສ່ວນຫຼາຍ …

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ